ป้ายกำกับ

วันอังคารที่ 19 มกราคม พ.ศ. 2564

ຊົມເຊີຍ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ຢ່າງສຸດໃຈ

ຊົມເຊີຍ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ຢ່າງສຸດໃຈ.  
★★★★★★★★★★★★★★★★★★★★
★ປະຫວັດການກຳເນີດກອງທັບປະຊາຊົນລາວ★
★★★★★★★★★★★★★★★★★★★★
≠≈» ມື້ນີ້ເປັນ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ 1949- 20 ມັງກອນ 2021).
✨ ສະນັ້ນ, ມື້ນີ້ຈຶ່ງໄດ້ ນຳເອົາມູນເຊື້ອແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວ ຂອງກອງທັບ ປະຊາຊົນລາວ ມາທົບທວນຮ່ວມ ກັນອີກເທື່ອໜຶ່ງ.
ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າເພື່ອຍາດເອົາ ຄວາມເປັນເອກະລາດ ຈາກຈັກກະພັດ ຜູ້ຮຸກຮານນັ້ນ ໄດ້ມີມູນເຊື້ອມາແຕ່ດົນນານ, ແຕ່ຍ້ອນຫຼາຍປັດໄຈ ແລະ ເງື່ອນໄຂທີ່ບໍ່ອຳນວຍ ຈຶ່ງເຮັດໃຫ້ການຕໍ່ສູ້ ເຫຼົ່ານັ້ນບໍ່ໄດ້ຮັບຜົນ ສຳເລັດ ແລະ ສິ່ງສຳຄັນປະກອບ ໃນນັ້ນກໍແມ່ນຍັງ ບໍ່ທັນມີກອງທັບປະຕິວັດ. ເມື່ອເບິ່ງຄືນຫຼັງ ໃນສະໄໝສັກດີນາປົກຄອງ, ຮອດສະໄໝລັດທິລ່າເມືອງຂຶ້ນ ແບບເກົ່າມາຮຸກຮານລາວ ກໍມີຂະບວນການຕໍ່ສູ້ ຂອງປະຊາຊົນລາວ ເກີດຂຶ້ນຕໍ່ເນື່ອງ ເປັນຕົ້ນແມ່ນ:
 💥 ການ ຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນອູເໜືອ, ອູໃຕ້ ພາຍໃຕ້ການນຳພາ ຂອງເຈົ້າວັນນະພຸມ (ໃນໄລຍະປີ 1899-1901).
💥 ການຕໍ່ສູ້ຂອງເຜົ່າຕ່າງໆ ຢູ່ແຂວງສະຫວັນນະເຂດ, ພາຍໃຕ້ການນຳພາ ຂອງພໍ່ກະດວດ (ໃນໄລຍະປີ 1901-1902).
💥 ການຕໍ່ສູ້ຂອງປະຊາຊົນ ບັນດາເຜົ່າຢູ່ດົງບໍລະເວນ ເຂດພາກໃຕ້, ພາຍໃຕ້ການນຳພາ ຂອງອົງແກ້ວ, ອົງກົມມະດຳ (ໃນໄລຍະປີ 1901-1937).
ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນ ແຂວງຫົວພັນ (ໄລຍະປີ 1914-1916).
💥 ການຕໍ່ສູ້ຂອງເຜົ່າລື້ ຢູ່ເມືອງສິງ (ໄລຍະປີ 1914-1918).
💥 ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນຜົ້ງສາລີ, ພາຍໃຕ້ການນຳພາ ຂອງອົງແສນ (ໄລຍະປີ 1915-1927);
💥 ການຕໍ່ສູ້ດ້ວຍອາວຸດ ຂອງເຜົ່າມົ້ງ ຢູ່ພາກເໜືອຂອງລາວ, ພາຍໃຕ້ ການນຳພາ ຂອງເຈົ້າຟ້າປັດໄຈ (ໄລຍະປີ 1918-19 22).
💥  ການຕໍ່ສູ້ຂອງນາຍຄູຄຳ ຢູ່ ວຽງຈັນ (ປີ1920).
ແຕ່ວ່າບັນດາຂະບວນການ ຕໍ່ສູ້ເຫຼົ່ານັ້ນ ບໍ່ໄປເຖິງໄຊຊະນະ ສົມບູນຍ້ອນວ່າ ບໍ່ທັນມີພັກມາກ-ເລນິນນຳພາ, ບໍ່ທັນມີແນວທາງ ທີ່ຖືກຕ້ອງ ແລະ ບໍ່ທັນມີກຳລັງປະກອບ ອາວຸດປະຕິວັດ.
💥 ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ, ໄດ້ກາຍເປັນຂີດໝາຍ ແຫ່ງບາດລ້ຽວ ຂອງການປະຕິວັດໃນ 3 ປະເທດ ອິນດູຈີນ. ນັບແຕ່ນັ້ນພັກ ໄດ້ມີແນວທາງ, ມີຈຸດໝາຍ ແລະ ວິທີການອັນ ຖືກຕ້ອງ ຈຶ່ງເຮັດໃຫ້ຂະບວນການ ປະຕິວັດຂະຫຍາຍຕົວ ຂຶ້ນດ້ວຍຄຸນນະພາບໃໝ່.
💥 ໃນບັ້ນຮົບ ວັນທີ 21 ມີນາ 1946 ຢູ່ທ່າແຂກ, ສະເດັດ ສຸພານຸວົງ ໄດ້ເປັນຜູ້ບັນຊາໂດຍກົງ ເພື່ອຕ້ານກັບ ພວກລ່າເມືອງຂຶ້ນຝຣັ່ງ ທີ່ເຂົ້າມາຮຸກຮານ ລາວເທື່ອທີ 2. ພາຍຫຼັງລັດຖະບານ ລາວອິດສະຫຼະ ໄດ້ອົບພະຍົບໄປ ຢູ່ປະເທດເພື່ອນບ້ານ ດ້ານ ຕາເວັນຕົກ, ຈຳນວນໜຶ່ງໄດ້ຍອມ ຈຳນົນໃຫ້ຝຣັ່ງ, ແຕ່ສະເດັດ ສຸພານຸວົງ ແລະ ຜູ້ນຳຮັກຊາດຄົນອື່ນໆ ຊ້ຳພັດເດັດຂາດບໍ່ຍອມຈຳນົນ. ຈາກນັ້ນກໍ່ໄດ້ກັບຄືນ ປະເທດ ເພື່ອສືບຕໍ່ປັບປຸງກຳລັງ.
💥 ໃນໄລຍະປີ 1947-1948 ກຳລັງຮາກຖານການເມືອງ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ, ກອງກຳລັງປະກອບອາວຸດທ້ອງ ຖິ່ນຕ່າງໆຢູ່ເຂດໃຕ້, ກາງ ແລະ ເໜືອ ຂອງປະເທດເຮົາ ໄດ້ປະກົດຕົວຂຶ້ນຢ່າງຕໍ່ເນື່ອງ, ອັນເປັນການສ້າງທ່າ ແລະ ກຳລັງແຮງໃຫ້ ແກ່ການຕໍ່ສູ້ແບບກອງຫຼອນ ແລະ ການປະສານສົມທົບ ກັບທະຫານອາສາໝັກ ຫວຽດນາມ ຍາດເອົາໄຊຊະນະ ເປັນຂັ້ນໆມາ. ດ້ວຍທ່າຂະຫຍາຍຕົວ ໃນການຕໍ່ສູ້ມີຫຼາຍທ້ອງຖິ່ນ ໄດ້ຈັດຕັ້ງກຳລັງ ປະກອບອາວຸດ ໃນລະດັບກອງຮ້ອຍຂຶ້ນ ຄື: ກອງປັດໄຈຢູ່ແຂວງຊຽງຂວາງ, ກອງຟ້າງຸ່ມ ຢູ່ແຂວງວຽງຈັນ, ກອງໄຊເສດຖາ ຢູ່ພາກກາງ ແລະ ກອງໄຊຈັກກະພັດ ຢູ່ພາກໃຕ້.
ໂດຍປະຕິບັດຕາມ ມະຕິຕົກລົງຂອງສູນກາງ ພັກກອມມູນິດອິນດູຈີນ.
💥 ໃນວັນທີ  20  ມັງກອນ 1949 ກອງທະ ຫານປະຕິວັດ “ກອງລາດຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຢູ່ເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ນັບແຕ່ນັ້ນເປັນ ຕົ້ນມາ, ວັນທີ 20 ມັງກອນ 1949 ໄດ້ກາຍເປັນວັນ ປະຫວັດສາດ ໃນການສ້າງຕັ້ງ ກອງທັບປະຕິວັດ ຂອງປະຊາຊົນລາວ ບັນດາເຜົ່າຢ່າງ ເປັນທາງ ການ ເຊິ່ງຖືເປັນບາດກ້າວ ກະໂດດທີ່ສຳຄັນ ໃນພາລະກິດຕໍ່ສູ້ ການຮຸກຮານກໍ່ຄື ໃນການຂະຫຍາຍ ໄຊຊະນະຂອງກຳລັງ ປະກອບອາວຸດປະຊາຊົນລາວເຮົາ.
Cr:ບົດຄວາມ:ນັກຮົບໃຈກ້າ Nak Hop Jai Ka

วันจันทร์ที่ 4 มกราคม พ.ศ. 2564

ສົງຄາມໂລກຄັ້ງທີ II ( World War II ຫລື WW II)

ສົງຄາມໂລກຄັ້ງທີ II ( World War II  ຫລື WW II)  ເປັນສົງຄາມທີ່ກວ້າງໃຫ່ຍ ແລະກວມທັງໂລກ ເຊິ່ງກິນເວລາ ຕັ້ງແຕ່ປີ 1939-1945 ປະເທດສວ່ນໃຫ່ຍໃນໂລກມີສວ່ນກ່ຽວຂອ້ງ ແລະໄດ້ແບ່ງອອກ ເປັນສອງຝ່າຍຄື: ຝ່າຍສຳພັນທະມິດມີ ປະເທດຕ່າງໆທີ່ຖືກຮຸກຮານກອ່ນເຊັ່ນ  ຝະລັ່ງ ອັງກິດ ລັດເຊຍ ແລະສະຫະລັດອາເມລິກາ, ແລະຝ່າຍອັກສະ Axis Powers ມີ  ພັກນາຊີເຍຽລະມັນນຳໂດຍຮີດເລີ (Adolf Hitler)  ອີຕະລີ ແລະຍີ່ປຸ່ນ. ເປັນສົງຄາມທີ່ໃຊ້ທະຫານ 100 ລ້ານຄົນຈາກ 30ປະເທດທີ່ເຂົ້າຮວ່ມໂດຍກົງ. ສາເຫດຕົ້ນໆແມ່ນຜົນມາຈາກ ສົນທິສັນຍາແວຊາຍ ( Versailles ຄືເຍຍລະມັນຕອ້ງຮັບຜິດຊອບ ຜົນເສຍຫາຍຈາກສົງຄາມໂລກຄັ້ງທີ່ນຶ່ງ ເພາະເປັນຜູ້ກໍ່ສົງຄາມ ຖືກປົດອາວຸດ ເສຍດິນແດນ ລວມຕອ້ງຮັບໃຊ້ຫນີ້ສົງຄາມໃຫ້ແກ່ປະເທດພາຄີ (ຝະລັ່ງ ອັງກິດ ແລະ ລັດເຊຍ)ເປັນຈຳນວນເງິນ 31,400 ລ້ານດອນລາ ເຊິ່ງຈະຕອ້ງໃຊ້ຫຫນີ້ຈົນຮອດ 1988 ( 92 ປີ)). ເຍຽລະມັນບໍ່ຍອມຮັບແລະ ບໍ່ປະຕິບັດຕາມສົນທິສັນຍາແວຊາຍ  ໂດຍເລີ້ມຕົ້ນເຂົ້າຮຸກຮານ ໂປແລນ (Poland) ໃນວັນທີ 1 ກັນຍາ 1936 ເພື່ອຫວັງຈະຢາກໄດ້ດິນແດນຄືນ  ເຊິ່ງຕອນນັ້ນມີ ອັງກິດ ( Uni ted Kingdom) ແລະ ຝະລັ່ງ( France) ປົກຄອງໂປແລນຢູ່ ຈຶ່ງປະກາດສົງຄາມກັນ ,ຮອດປີ 1941ເຍຽລະມັນສາມາດຄວບຄຸມທະວີບ ເອີຮົບ ໄດ້ເປັນສວ່ນໃຫ່ຍ ແລະໄດ້ຕັ້ງພັນທະມິດອັກສະ ຄື ຍີ່ປຸ່ນແລະອີຕະລີ , ເຊິ່ງພັນທະມິດອັກສະ ກໍຂະຫຍາຍອຳນາດໂດຍເຂົ້າປຸກໂຈມຕີແບບຍືດເຍື້ອ  ເພາະຝ່າຍອັກສະ ຕອ້ງການຈະເປັນເຈົ້າໂລກ.  ໃນປີ 1941 ເຍຍລະມັນປຸກໂຈມຕີ ລັດເຊຍ ແບບສົງຄາມພາກພື້ນດິນໃຫ່ຍທີ່ສຸດໃນປະຫວັດສາດ ມັນໄດ້ເຮັດໃຫ້ເຍຽລະມັນເສຍກຳລັງ ທະຫານຫລາຍແລະອ່ອນເພຍລົງ, ສວ່ນຍີ່ປຸນກໍເຂົ້າບຸກໂຈມຕີ ຈີນ ປະເທດອານານິຄົມຂອງເອີໂຣບ ໃນເອເຊຍ ແລະ ສະຫະລັດອາເມລິກາ ໄດ້ຮັບໄຊຊະນະຕອນຕົ້ນ ແຕ່ມາເສຍໄຊໃຫ້ສະຫະລັດອາເມລິກາ ໃນປີ 1942  ຕອນທີ່ເຂົ້າບຸກເກາະຮາວາຍ, ແລະຕໍ່ມາເຍຽລະມັນ ກໍມາ ເສຍໄຊໃຫ້ ລັດເຊຍ ທີ່ສະຕາລິນກາດ ໃນປີ 1943 ການເສຍໄຊຫລາຍແຫ່ງ ເຮັດໃຫ້ຝ່າຍອັກສະຍຸດ ໂຈມຕີ. ຈາກນັ້ນ ຝ່າຍສຳພັນທະມິດ ປຸກຕີປະເທດອີຕາລີ ( ອີຕະລີ ຍອມຈຳນົນ),  ໃນປີ 1944 ລັດເຊຍໄດ້ປຸກຕີຍຶດຄອງ ປະເທດເຍຽລະມັນແລະຍຶດດິນແດນທີ່ເສຍໄປຄືນ ສວ່ນຍີ່ປຸນກໍເສຍໄຊໃນທະວີບ ເອເຊຍທາງພາກກາງແລະພາກໃຕ້ຂອງຈີນແລະພະມ້າ.
ສົງຄາມໃນເອີຣົບໄດ້ຍຸດຕິລັງຫລັງຈາກກອງທັງແດງເຂົ້າຍຶດເມືອງເບີລີນ  ເຍຍລະມັນຕອ້ງຍອມຈຳນົນ ຢ່າງບໍ່ມີເງື່ອນໄຂ ໃນວັນທີ 8 ສິງຫາ 1945, ສວ່ນຍີ່ປຸ່ນບໍ່ຍອມຈຳນົນຈົນມີການຖິ້ມລະເບີດ ນິວເຄຍສອງລູກທີ່ ຮິໂຣຊິມາ ນາກາຊາກິ ແລະກຽວໂຕ ຈຶ່ງນຳໄປສູ່ການຍອມຈຳນົນຢ່າງເປັນ ທາງການໃນວັນທີ 2 ທັນວາ 1945. ຝ່າຍສຳພັນທະມິດ ເປັນຝ່າຍ ໄດ້ຮັບໄຊຊະນະ.
ຜົນໄດ້ຮັບຈາກສົງຄາມໄດ້ປ່ຽນແປງແນວທາງການເມືອງແລະແນວທາງຂອງໂລກ, ໄດ້ເກີດມີ ສະຫະປະຊາຊາດເພືອ່ສົ່ງເສີມການຣວ່ມມືແລະປອ້ງກັນຄວາມຂັດແຍ້ງ, ລັດເຊຍແລະອາເມລິກາກາຍ ເປັນສອງປະເທດມະຫາອຳນາດໃນໂລກແລະກາຍເປັນຄູ່ປໍລະປັກກັນ,ເຊິ່ງເຫັນໄດ້ ໃນສົງຄາມເຢັນ ໃນເຍຽລະມັນ.ແລະໃນທະວີບອາຊີແລະທະວີບອາຟິກກາກໍມີການຣຽກຮອ້ງເອກກະລາດ ຂອງຕົນ ພອ້ມໆກັນຫລາຍປະເທດກໍຣີບຮອ້ນຟື້ນຟູເສດຖະກິດແລະບູລະນະທາງດາ້ນການເມືອງ ເພື່ອຮັກສາສະຖຽນລະພາບຄວາມສຳພັນຫລັງສົງຄາມ.
ສົງຄາມໂລກຄັ້ງທີສອງເປັນສົງຄາມເກີດໃຫ້ມີການຮວ່ມມືຢ່າງບໍ່ເຄີຍມີມາກອ່ນ ເພື່ອລະດົມຄົນເຂົ້າມາ ເຮັດປະຫັດປະຫານກັນ ເຊິ່ງປະຊາຊົນກໍມີສວ່ນເຂົ້າມາຮວ່ມຢ່າງປະຕິເສດບໍ່ໄດ້. ໄດ້ສ້າງຜົນເສຍຫາຍຢ່າງ ໃຫ່ຍຫລວງ ເຊິ່ງໃນຊວ່ງສົງຄາມ ພັກນາຊີເຍຍລະມັນ ຍັງມີການ ຕໍ່ຕ້ານຊາວຢິວ ເຮັດໃຫ້ຊາວຢິວຕອ້ງ ເສຍຊີວິດຢ່າງຫລວງຫລາຍ.ຈາກການປະເມີນ ຊວ່ງສົງຄາມມີຄົນເສຍຊີວິດປະມານ 50-85 ລ້ານຄົນ ຖືໄດ້ວ່າ ເປັນສົງຄາມທີ່ໃຫ່ຍໃນປະຫວັດຜ່ານມາ.

ຂໍຂອບໃຈຂໍ້ມູນຈາກ: Wikipedia