ป้ายกำกับ

วันจันทร์ที่ 4 มกราคม พ.ศ. 2564

ສົງຄາມໂລກຄັ້ງທີ II ( World War II ຫລື WW II)

ສົງຄາມໂລກຄັ້ງທີ II ( World War II  ຫລື WW II)  ເປັນສົງຄາມທີ່ກວ້າງໃຫ່ຍ ແລະກວມທັງໂລກ ເຊິ່ງກິນເວລາ ຕັ້ງແຕ່ປີ 1939-1945 ປະເທດສວ່ນໃຫ່ຍໃນໂລກມີສວ່ນກ່ຽວຂອ້ງ ແລະໄດ້ແບ່ງອອກ ເປັນສອງຝ່າຍຄື: ຝ່າຍສຳພັນທະມິດມີ ປະເທດຕ່າງໆທີ່ຖືກຮຸກຮານກອ່ນເຊັ່ນ  ຝະລັ່ງ ອັງກິດ ລັດເຊຍ ແລະສະຫະລັດອາເມລິກາ, ແລະຝ່າຍອັກສະ Axis Powers ມີ  ພັກນາຊີເຍຽລະມັນນຳໂດຍຮີດເລີ (Adolf Hitler)  ອີຕະລີ ແລະຍີ່ປຸ່ນ. ເປັນສົງຄາມທີ່ໃຊ້ທະຫານ 100 ລ້ານຄົນຈາກ 30ປະເທດທີ່ເຂົ້າຮວ່ມໂດຍກົງ. ສາເຫດຕົ້ນໆແມ່ນຜົນມາຈາກ ສົນທິສັນຍາແວຊາຍ ( Versailles ຄືເຍຍລະມັນຕອ້ງຮັບຜິດຊອບ ຜົນເສຍຫາຍຈາກສົງຄາມໂລກຄັ້ງທີ່ນຶ່ງ ເພາະເປັນຜູ້ກໍ່ສົງຄາມ ຖືກປົດອາວຸດ ເສຍດິນແດນ ລວມຕອ້ງຮັບໃຊ້ຫນີ້ສົງຄາມໃຫ້ແກ່ປະເທດພາຄີ (ຝະລັ່ງ ອັງກິດ ແລະ ລັດເຊຍ)ເປັນຈຳນວນເງິນ 31,400 ລ້ານດອນລາ ເຊິ່ງຈະຕອ້ງໃຊ້ຫຫນີ້ຈົນຮອດ 1988 ( 92 ປີ)). ເຍຽລະມັນບໍ່ຍອມຮັບແລະ ບໍ່ປະຕິບັດຕາມສົນທິສັນຍາແວຊາຍ  ໂດຍເລີ້ມຕົ້ນເຂົ້າຮຸກຮານ ໂປແລນ (Poland) ໃນວັນທີ 1 ກັນຍາ 1936 ເພື່ອຫວັງຈະຢາກໄດ້ດິນແດນຄືນ  ເຊິ່ງຕອນນັ້ນມີ ອັງກິດ ( Uni ted Kingdom) ແລະ ຝະລັ່ງ( France) ປົກຄອງໂປແລນຢູ່ ຈຶ່ງປະກາດສົງຄາມກັນ ,ຮອດປີ 1941ເຍຽລະມັນສາມາດຄວບຄຸມທະວີບ ເອີຮົບ ໄດ້ເປັນສວ່ນໃຫ່ຍ ແລະໄດ້ຕັ້ງພັນທະມິດອັກສະ ຄື ຍີ່ປຸ່ນແລະອີຕະລີ , ເຊິ່ງພັນທະມິດອັກສະ ກໍຂະຫຍາຍອຳນາດໂດຍເຂົ້າປຸກໂຈມຕີແບບຍືດເຍື້ອ  ເພາະຝ່າຍອັກສະ ຕອ້ງການຈະເປັນເຈົ້າໂລກ.  ໃນປີ 1941 ເຍຍລະມັນປຸກໂຈມຕີ ລັດເຊຍ ແບບສົງຄາມພາກພື້ນດິນໃຫ່ຍທີ່ສຸດໃນປະຫວັດສາດ ມັນໄດ້ເຮັດໃຫ້ເຍຽລະມັນເສຍກຳລັງ ທະຫານຫລາຍແລະອ່ອນເພຍລົງ, ສວ່ນຍີ່ປຸນກໍເຂົ້າບຸກໂຈມຕີ ຈີນ ປະເທດອານານິຄົມຂອງເອີໂຣບ ໃນເອເຊຍ ແລະ ສະຫະລັດອາເມລິກາ ໄດ້ຮັບໄຊຊະນະຕອນຕົ້ນ ແຕ່ມາເສຍໄຊໃຫ້ສະຫະລັດອາເມລິກາ ໃນປີ 1942  ຕອນທີ່ເຂົ້າບຸກເກາະຮາວາຍ, ແລະຕໍ່ມາເຍຽລະມັນ ກໍມາ ເສຍໄຊໃຫ້ ລັດເຊຍ ທີ່ສະຕາລິນກາດ ໃນປີ 1943 ການເສຍໄຊຫລາຍແຫ່ງ ເຮັດໃຫ້ຝ່າຍອັກສະຍຸດ ໂຈມຕີ. ຈາກນັ້ນ ຝ່າຍສຳພັນທະມິດ ປຸກຕີປະເທດອີຕາລີ ( ອີຕະລີ ຍອມຈຳນົນ),  ໃນປີ 1944 ລັດເຊຍໄດ້ປຸກຕີຍຶດຄອງ ປະເທດເຍຽລະມັນແລະຍຶດດິນແດນທີ່ເສຍໄປຄືນ ສວ່ນຍີ່ປຸນກໍເສຍໄຊໃນທະວີບ ເອເຊຍທາງພາກກາງແລະພາກໃຕ້ຂອງຈີນແລະພະມ້າ.
ສົງຄາມໃນເອີຣົບໄດ້ຍຸດຕິລັງຫລັງຈາກກອງທັງແດງເຂົ້າຍຶດເມືອງເບີລີນ  ເຍຍລະມັນຕອ້ງຍອມຈຳນົນ ຢ່າງບໍ່ມີເງື່ອນໄຂ ໃນວັນທີ 8 ສິງຫາ 1945, ສວ່ນຍີ່ປຸ່ນບໍ່ຍອມຈຳນົນຈົນມີການຖິ້ມລະເບີດ ນິວເຄຍສອງລູກທີ່ ຮິໂຣຊິມາ ນາກາຊາກິ ແລະກຽວໂຕ ຈຶ່ງນຳໄປສູ່ການຍອມຈຳນົນຢ່າງເປັນ ທາງການໃນວັນທີ 2 ທັນວາ 1945. ຝ່າຍສຳພັນທະມິດ ເປັນຝ່າຍ ໄດ້ຮັບໄຊຊະນະ.
ຜົນໄດ້ຮັບຈາກສົງຄາມໄດ້ປ່ຽນແປງແນວທາງການເມືອງແລະແນວທາງຂອງໂລກ, ໄດ້ເກີດມີ ສະຫະປະຊາຊາດເພືອ່ສົ່ງເສີມການຣວ່ມມືແລະປອ້ງກັນຄວາມຂັດແຍ້ງ, ລັດເຊຍແລະອາເມລິກາກາຍ ເປັນສອງປະເທດມະຫາອຳນາດໃນໂລກແລະກາຍເປັນຄູ່ປໍລະປັກກັນ,ເຊິ່ງເຫັນໄດ້ ໃນສົງຄາມເຢັນ ໃນເຍຽລະມັນ.ແລະໃນທະວີບອາຊີແລະທະວີບອາຟິກກາກໍມີການຣຽກຮອ້ງເອກກະລາດ ຂອງຕົນ ພອ້ມໆກັນຫລາຍປະເທດກໍຣີບຮອ້ນຟື້ນຟູເສດຖະກິດແລະບູລະນະທາງດາ້ນການເມືອງ ເພື່ອຮັກສາສະຖຽນລະພາບຄວາມສຳພັນຫລັງສົງຄາມ.
ສົງຄາມໂລກຄັ້ງທີສອງເປັນສົງຄາມເກີດໃຫ້ມີການຮວ່ມມືຢ່າງບໍ່ເຄີຍມີມາກອ່ນ ເພື່ອລະດົມຄົນເຂົ້າມາ ເຮັດປະຫັດປະຫານກັນ ເຊິ່ງປະຊາຊົນກໍມີສວ່ນເຂົ້າມາຮວ່ມຢ່າງປະຕິເສດບໍ່ໄດ້. ໄດ້ສ້າງຜົນເສຍຫາຍຢ່າງ ໃຫ່ຍຫລວງ ເຊິ່ງໃນຊວ່ງສົງຄາມ ພັກນາຊີເຍຍລະມັນ ຍັງມີການ ຕໍ່ຕ້ານຊາວຢິວ ເຮັດໃຫ້ຊາວຢິວຕອ້ງ ເສຍຊີວິດຢ່າງຫລວງຫລາຍ.ຈາກການປະເມີນ ຊວ່ງສົງຄາມມີຄົນເສຍຊີວິດປະມານ 50-85 ລ້ານຄົນ ຖືໄດ້ວ່າ ເປັນສົງຄາມທີ່ໃຫ່ຍໃນປະຫວັດຜ່ານມາ.

ຂໍຂອບໃຈຂໍ້ມູນຈາກ: Wikipedia

ไม่มีความคิดเห็น:

แสดงความคิดเห็น