ປະຫວັດຫຍໍ້ ທ່ານ ອັງແກນ
......................
ທ່ານອັງແກນ ໄດ້ເຖິງແກ່ມໍລະນະກຳທີ່ ລອນດອນ ເມືອວັນທີ 5 ສິງຫາ ປີ 1895 ຮອງລົງມາຈາກ ກາກມາກ ຜູ້ເປັນເພື່ອນຂອງຕົນທີ່ໄດ້ເຖິງແກ່ມໍລະນະກຳໃນປີ 1883 ອັງແກນແມ່ນນັກປາດ ແລະ ອາຈານຜູ້ເລີດລ້ຳກວ່າໝູ່ຂອງຊາວກຳມາຊີບ ສະໄໝໃໝ່ຢູ່ໃນໂລກສີວິໄລທັງໝົດ. ເມື່ອຊາຕາກຳບັນດານໃຫ້ ກາກມາກ ມາພົບກັບ ຟຣິດຣິກ ອັງແກນ ນັ້ນ ການສ້າງຜົນງານແຫ່ງຊີວິດຂອງພວກເພີ່ນທັງສອງຈຶ່ງໄດ້ກາຍເປັນພາລະກິດລວມຂອງພວກເພີ່ນ. ດ້ວຍເຫດນັ້ນ, ເພື່ອໃຫ້ເຂົ້າໃຈວ່າ ຟຣິດຣິກ ອັງແກນ ໄດ້ເຮັດຫຍັງແດ່ ສຳລັບຊາວກຳມາຊີບ ຈຳເປັນຕ້ອງຮັບຮູ້ຢ່າງຈະແຈ້ງເຖິງຄວາມໝາຍທິດສະດີ ແລະ ການເຄື່ອນໄຫວຂອງມາກ ໃນການຂະຫຍາຍຂະບວນການກຳມະກອນ ສະໄໝໃໝ່. ມາກ ແລະ ອັງແກນ ແມ່ນຜູ້ທຳອິດທີ່ໄດ້ຊີ້ໃຫ້ເຫັນວ່າ, ຊົນຊັ້ນກຳມະກອນ ພ້ອມດ້ວຍຄຳຮຽກຮ້ອງຂອງພວກເຂົາ ແມ່ນໝາກຜົນອັນຈຳເປັນຂອງລະບຽບການທາງດ້ານເສດຖະກິດສະໄໝໃໝ່ຊື່ງພ້ອມໆກັບນາຍທຶນ ແລະ ຍັງສ້າງ ແລະ ຈັດຕັ້ງຊາວກຳມາຊີບຂື້ນຢ່າງຫຼີກລ້ຽງບໍ່ໄດ້ ພວກເພີ່ນໄດ້ຊີ້ແຈ້ງວ່າບໍ່ແມ່ນຄວາມພະຍາຍາມຂອງບຸກຄົນທີ່ມີຄວາມເມດຕາກະລຸນນາສູງ ແຕ່ຫາກການຕໍ່ສູ້ຂອງຊົນຊັ້ນກຳມາຊີບທີ່ມີການຈັດຕັ້ງນັ້ນ ຈະຊ່ວຍປົດປ່ອຍມວນມະນຸດອອກຈາກຄວາມທຸກທໍລະມານທີ່ໜີບເຕັງພວກເຂົາຢູ່. ຢູ່ໃນນິພົນຂອງຕົນ, ມາກ ແລະ ອັງແກນໄດ້ໃຫ້ຄຳອະທິບາຍເປັນຄົນທຳອິດວ່າ, ສັງຄົມນິຍົມບໍ່ແມ່ນຄວາມນຶກຄິດຂອງນັກໄຝ່ຝັນ, ແຕ່ຫາກແມ່ນເປົ້າໝາຍສຸດທ້າຍ ແລະ ໝາກຜົນອັນຈຳເປັນແຫ່ງການຂະຫຍາຍຕົວຂອງກຳລັງການຜະລິດ ໃນສັງຄົມສະໄໝໃໝ່. ປະຫວັດສາດທັງທີ່ໄດ້ຂຽນໄວ້ ຮອດເວລານັ້ນ ກໍຍັງແມ່ນປະຫວັດສາດການຕໍ່ສູ້ຂອງຊົນຊັ້ນ, ປະຫວັດສາດແຫ່ງການຜັນປ່ຽນຄວາມເປັນເຈົ້າ ແລະ ໄຊຊະນະຂອງຊົນຊັ້ນໜຶ່ງໃນສັງຄົມເໜືອຊົນຊັ້ນໜຶ່ງອີກ. ແລະ ອັນນີ້ຈະສືບຕໍ່ໄປຈົນເຖິງຮາກຖານຂອງຕໍ່ສູ້ຊົນຊັ້ນ ແລະ ຄວາມເປັນເຈົ້າທາງຊົນຊັ້ນ ເຊັ່ນ: ກຳມະສິດເອກະເທດ ແລະ ການຜະລິດທີ່ບໍ່ເປັນລະບົບຂອງສັງຄົມນັ້ນ ຍັງບໍ່ດັບສູນໄປ. ສິດຜົນປະໂຫຍດຂອງຊາວກຳມາຊີບ ເລັ່ງທວງໃຫ້ທັບມ້າງຮາກຖານດັ່ງກ່າວ ແລະ ດ້ວຍເຫດນັ້ນ ການຕໍ່ສູ້ຊົນຊັ້ນຢ່າງມີສະຕິຂອງກຳມະກອນທີ່ມີການຈັດຕັ້ງຕ້ອງແນໃສ່ຮາກຖານດັ່ງກ່າວ. ສ່ວນການຕໍ່ສູ້ຊົນຊັ້ນທຸກໆອັນແມ່ນການຕໍ່ສູ້ທາງດ້ານການເມືອງ.
ຊາວກຳມາຊີບທັງໝົດທີ່ຕໍ່ສູ້ເພື່ອປົດປ່ອຍຕົນເອງ ກຳໄດ້ແໜ້ນທີ່ສຸດທັດສະນະເຫຼົ່ານີ້ຂອງມາກ ແລະ ອັງແກນ, ແຕ່ວ່າໃນຊຸມປີ 40 ໃນເມື່ອເພື່ອນສອງຄົນນີ້ໄດ້ປະກອບສ່ວນສ້າງເອກະສານສັງຄົມນິຍົມ ແລະ ໃນຂະບວນການທາງສັງຄົມແຫ່ງຍຸກສະໄໝນັ້ນ, ທັດສະນະຄືແນວນີ້ມັນແມ່ນສິ່ງໃໝ່ອ່ຽມທີ່ສຸດ, ເວລານັ້ນມີຄົນທີ່ມີພອນສະຫວັນ ແລະ ບໍ່ມີພອນສະຫວັນ, ຊື່ສັດ ແລະ ບໍ່ຊື່ສັດຫຼາຍທີ່ສຸດ ທີ່ສົນໃຈນຳການຕໍ່ສູ້ເພື່ອເສລີພາບທາງດ້ານການເມືອງ, ສົນໃຈນຳການຕໍ່ສູ້ຕ້ານອຳນາດເຈົ້າຊາ, ຕ້ານຕຳຫຼວດ ແລະ ຄຸນພໍ່ ແຕ່ຫາກບໍ່ເຫັນສິດ ແລະ ຜົນປະໂຫຍດທີ່ກົງກັນຂ້າມກັນຂອງນາຍທຶນ ແລະ ຊາວກຳມາຊີບ, ຄົນເຫຼົ່ານີ້ບໍ່ມີແນວຄວາມຄິດທີ່ວ່າ ກຳມະກອນໄດ້ຕໍ່ສູ້ໃນຖານະເປັນກຳລັງສັງຄົມ, ທີ່ເປັນເອກະລາດ. ດ້ານອື່ນອີກ, ກໍຍັງມີນັກໄຝ່ຝັນຫຼາຍຄົນທີ່ປີຊາສາມາດ ເຊິ່ງຄິດວ່າຈຳເປັນພຽງແຕ່ເຮັດໃຫ້ພວກເຈົ້ານາຍ ແລະ ຊົນຊັ້ນປົກຄອງເຫັນແຈ້ງເຖິງຄວາມບໍ່ເປັນທຳຂອງລະບຽບການທາງສັງຄົມສະໄໝໃໝ່ເທົ່ານັ້ນ, ແລ້ວເວລານັ້ນ ກໍຈະສາມາດເຮັດໃຫ້ພິພົບມີສັນຕິພາບ ແລະ ໝົດທຸກຄົນມີຄວາມສົມບູນພູນສຸກ. ພວກເຂົາໄດ້ໄຝ່ຝັນເຖິງສັງຄົມນິຍົມແບບບໍ່ຕ້ອງຕໍ່ສູ້ ແລະ ໃນທີ່ສຸດເກືອບຢາກວ່ານັກສັງຄົມນິຍົມທັງໝົດໃນເວລານັ້ນ ແລະ ເພື່ອນທັງໝົດຂອງຊົນຊັ້ນກຳມະກອນເຫັນພຽງແຕ່ວ່າ, ຊາວກຳມາຊີບນັ້ນແມ່ນບາດແຜ, ພວກເຂົາເບິ່ງດ້ວຍຄວາມສະທ້ານຢ້ານກົວວ່າ ບາດແຜອັນນີ້ຈະເຕີບໃຫຍ່ຂື້ນພ້ອມໆກັບການເຕີບໃຫຍ່ຂອງອຸດສາຫະກຳ. ດ້ວຍເຫດນັ້ນ ພວກເຂົາທັງໝົດຈຶ່ງພາກັນຄິດວ່າ, ຈະເຮັດແນວໃດເພື່ອຢຸດຢັ້ງການຂະຫຍາຍຕົວຂອງອຸດສາຫະກຳ ແລະ ຊາວກຳມາຊີບ ຢັບຢັ້ງ “ກົງລໍ້ປະຫວັດສາດ” ໂດຍກົງກັນຂ້າມກັບຄວາມຢ້ານກົວລວມ ຢູ່ຕໍ່ໜ້າການຂະຫຍາຍຕົວຂອງຊາວກຳມາຊີບ, ມາກ ແລະ ອັງແກນ ໄດ້ຝາກຄວາມຫວັງຂອງຕົນທັງໝົດໄວ້ນຳການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງຂອງຊາວກຳມາຊີບ, ຍິ່ງຊາວກຳມະຊີບມີຫຼາຍເທົ່າໃດ ກຳລັງຂອງມັນໃນຖານະເປັນກຳລັງຊົນຊັ້ນປະຕິວັດ ກໍຍິ່ງຫຼາຍເທົ່ານັ້ນ; ສັງຄົມນິຍົມກໍຍິ່ງໝໍ່ ແລະ ມີຄວາມສາມາດ ເປັນໄປໄດ້ຫຼາຍເທົ່ານັ້ນ. ຄຸນງາມຄວາມດີຂອງມາກ ແລະ ອັງແກນທີ່ມີຕໍ່ຊົນຊັ້ນກຳມະກອນ ສາມາດເວົ້າໄດ້ບາງຄວາມດັ່ງນີ້: ເພີ່ນສອນໃຫ້ຊົນຊັ້ນກຳມະກອນມີຄວາມຮັບຮູ້, ມີສະຕິດ້ວຍຕົນເອງ ແລະ ໄດ້ເອົາວິທະຍາສາດມາແທນຄວາມໃຝ່ຝັນ.
ດ້ວຍເຫດນີ້ເອງກຳມະກອນແຕ່ລະຄົນຈຶ່ງຮູ້ຊື່ ແລະ ຊີວິດຂອງອັງແກນ….
ອັງແກນ ເກີດເມື່ອ 1820 ທີ່ເມືອງບາຣແມນ ແຂວງແຣນ ອານາຈັກປຣຸສຊີ ພໍ່ຂອງເພີ່ນເປັນເຈົ້າຂອງໂຮງງານ. ຍ້ອນສະພາບຂອງຄອບຄົວ ໃນປີ 1838 ອັງແກນຈຳເປັນຕ້ອງໄດ້ເຂົ້າເປັນພະນັກງານໃນບໍລິສັດການຄ້າແຫ່ງໜຶ່ງ ໃນເມືອງ ເບຣແມນ ທັງໆທີ່ຮຽນບໍ່ທັນຈົບວິທະຍາໄລຊ້ຳ. ວຽກງານການຄ້າກໍ່ບໍ່ໄດ້ລົບກວນອັງແກນໃນການດຳເນີນວຽກງານວິທະຍາສາດ ແລະ ການສຶກສາທາງດ້ານການເມືອງ. ຕັ້ງແຕ່ຍັງຮຽນວິທະຍາໄລພຸ້ນ ອັງແກນກໍ່ກຽດຊັງລະບອບປະຊາທິປະໄຕ ແລະ ຄວາມລຳພັງໃຈຂອງພວກຂ້າຣາຊະການພໍແຮງແລ້ວ. ການຮຽນປັດຊະຍາໄດ້ຊ່ວຍໃຫ້ເພີ່ນກ້າວໄປໄກກວ່ານັ້ນ. ເວລານັ້ນ, ປັດຊະຍາຂອງເຢຍລະມັນແມ່ນທິດສະດີຂອງເຮແກນຄອບງຳ ແລະ ອັງແກນໄດ້ກາຍເປັນຜູ້ສືບທອດເຮແກນ. ເຖິງວ່າກະໂຕເຮແກນເປັນຜູ້ທີ່ນິຍົມລະບອບປະຊາທິປະໄຕ ຂອງລັດປຣຸສຊີທີ່ວ່າ ເຮແກນໄດ້ຮັບໃຊ້ເປັນສາສະດາຈານທີ່ມະຫາວິທະຍາໄລແບັງແລັງ ນັ້ນກໍ່ຕາມ ແຕ່ທິດສະດີຂອງ ເຮແກນແມ່ນທິດສະດີປະຕິວັດ. ຄວາມເຊື່ອໝັ້ນຂອງເຮແກນຕໍ່ສະຕິປັນຍາຂອງມວນມະນຸດ ແລະ ສິດທິຂອງເຂົາ ແລະ ຫຼັກມູນພື້ນຖານຂອງປັດຊະຍາເຮແກນກ່ຽວກັບວ່າ ຂະບວນວິວັດແຫ່ງການປ່ຽນແປງ ແລະ ການຂະຫຍາຍຕົວ ທີ່ເປັນປົກກະຕິທີ່ພວມດຳເນີນໄປຢູ່ໃນໂລກນັ້ນ ໄດ້ເຮັດໃຫ້ລູກສິດຂອງນັກປັດຊະຍາຈາກແບັງແລັງ ຈຳນວນທີ່ບໍ່ຕ້ອງການຍອມຮັບຮູ້ຄວາມເປັນຈິງ ຕ້ອງເກີດມີຄວາມຄິດວ່າ ການຕໍ່ສູ້ກັບຄວາມເປັນຈິງ, ການຕໍ່ສູ້ກັບການຫຼອກລວງທີ່ມີຢູ່ ແລະ ຄວາມຊົ່ວຮ້າຍທີ່ແຜ່ລາມຢູ່ທົ່ວໄປນັ້ນ ມີກົກຮາກຢູ່ໃນກົດເກນຂອງໂລກແຫ່ງການຂະຫຍາຍຕົວຢ່າງອະມະຕະ. ຖ້າຫາກວ່າທຸກສິ່ງທຸກຢ່າງຂະຫຍາຍຕົວ, ຖ້າຫາກວ່າລະບອບນີ້ຖືກປ່ຽນແທນດ້ວຍລະບອບອື່ນ ເປັນຫຍັງອຳນາດເຈົ້າຊີວິດ ປຣຸສຊີ ຫຼື ເຈົ້າຊາລັດເຊຍ, ການສ້າງຮັ່ງຄູນມີຂອງຄົນສ່ວນໜ້ອຍການຂູດຮີດຄົນສ່ວນຫຼາຍ, ຄວາມເປັນເຈົ້າຂອງນາຍທຶນເໜືອປະຊາຊົນ ຈຶ່ງຈະສືບຕໍ່ຢ່າງອະມະຕະ? ປັດຊະຍາຂອງເຮແກນໄດ້ເວົ້າເຖິງການຂະຫຍາຍຕົວຂອງຈິດໃຈ ແລະ ຄວາມຄິດ. ປັດຊະຍາຂອງເຮແກນແມ່ນປັດຊະຍາຈິດຕະນິຍົມ. ປັດຊະຍານີ້ໄດ້ສະຫຼຸບວ່າການຂະຫຍາຍຕົວຂອງທຳມະຊາດ, ຂອງຄົນ ແລະ ການພົວພັນຂອງຄົນ, ການພົວພັນຂອງສັງຄົມນັ້ນ ແມ່ນເກີດຈາກການຂະຫຍາຍຕົວຂອງຈິດໃຈ. ມາກ ແລະ ອັງແກນ ເມື່ອໄດ້ກຳແໜ້ນຄວາມຄິດຂອງເຮແກນກ່ຽວກັບຂະບວນວິວັດອະມະຕະ ແຫ່ງການຂະຫຍາຍຕົວ, ແລ້ວກໍ່ປະໂລກະທັດຈິດຕະນິຍົມນັ້ນຖິ້ມ; ເມື່ອສັງເກດເບິ່ງຊີວິດຕົວຈິງພວກເພີ່ນໄດ້ມອງເຫັນວ່າ, ບໍ່ແມ່ນຈະເອົາການຂະຫຍາຍຕົວຂອງຈິດໃຈມາອະທິບາຍການຂະຫຍາຍຕົວຂອງທຳມະຊາດ, ແຕ່ກົງກັນຂ້າມ ຕ້ອງເອົາການຂະຫຍາຍຕົວທຳມະຊາດ, ຂອງວັດຖຸມາອະທິບາຍການຂະຫຍາຍຕົວຂອງຈິດໃຈ… ໂດຍກົງກັນຂ້າມກັບເຮແກນ ແລະ ພວກຫົວນິຍົມເຮແກນອື່ນໆ.
ມາກ ແລະ ອັງແກນ ແມ່ນັກວັດຖຸນິຍົມ ເມື່ອສັງເກດເບິ່ງໂລກ ແລະ ສັງຄົມມະນຸດໃນແບບທັດສະນະວັດຖຸນິຍົມ ພວກເພີ່ນໄດ້ມອງເຫັນວ່າ ສາຍເຫດທາງດ້ານວັດຖຸແມ່ນພື້ນຖານຂອງທຸກໆປະກົດການຕ່າງໆທາງທຳມະຊາດ, ສ່ວນການຂະຫຍາຍຕົວຂອງສັງຄົມມະນຸດນັ້ນ ແມ່ນເກີດຂື້ນຍ້ອນການຂະຫຍາຍຕົວຂອງກຳລັງການຜະລິດວັດຖຸ. ການພົວພັນຂອງຄົນກັບຄົນຢູ່ໃນການຜະລິດວັດຖຸທີ່ຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນນັ້ນ ກໍຂື້ນກັບການຂະຫຍາຍຕົວຂອງກຳລັງການຜະລິດ. ການອະທິບາຍກ່ຽວກັບທຸກໆປະກົດການຂອງຊີວິດສັງຄົມ, ຄວາມມຸ້ງຫວັງຂອງຄົນ, ຄວາມຄິດ ແລະ ກົດເກນກໍຢູ່ໃນການພົວພັນເຫຼົ່ານີ້. ການຂະຫຍາຍຕົວຂອງກຳລັງການຜະລິດ ສ້າງການພົວພັນທາງສັງຄົມ, ທີ່ອີງໃສ່ກຳມະສິດເອກະເທດ, ແຕ່ໃນປັດຈຸບັນນີ້, ພວກເຮົາຈະເຫັນວ່າການຂະຫຍາຍຕົວຂອງກຳລັງການຜະລິດ ພວກຍາດເອົາກຳມະສິດຂອງຄົນສ່ວນຫຼາຍ ແລະ ໂຮມມັນໄວ້ຢູ່ໃນກຳມືຂອງຄົນສ່ວນໜ້ອຍໆ ນັ້ນຄືແນວໃດ. ການຂະຫຍາຍຕົວນີ້ມັນທຳລາຍກຳມາສິດ, ທຳລາຍພື້ນຖານຂອງລະບຽບການສັງຄົມສະໄໝໃໝ່ ແລະ ມັນເອງກໍເລງໃສ່ເປົ້າໝາຍອັນດຽວກັນ ເຊິ່ງແມ່ນນັກສັງຄົມນິຍົມເປັນຜູ້ວາງອອກ. ນັກສັງຄົມນິຍົມຕ້ອງເຂົ້າໃຈພຽງແຕ່ວ່າ, ແມ່ນກຳລັງສັງຄົມອັນໃດ, ຕາມຖານະຂອງຕົນໃນສັງຄົມສະໄໝໃໝ່ນັ້ນ ມີຄວາມສົນໃຈໃນການປະຕິບັດລັດທິສັງຄົມນິຍົມໃຫ້ເປັນຈິງ ແລະ ຕ້ອງແຈ້ງໃຫ້ກຳລັງດັ່ງກ່າວຮູ້ເຖິງສິດຜົນປະໂຫຍດ ແລະ ໜ້າທີ່ທາງປະຫວັດສາດຂອງເຂົາ. ກຳລັງຄືແນວນີ້ແມ່ນຊາວກຳມາຊີບ.
ໃນປີ 1842 ອັງແກນໄດ້ເຂົ້າຮັບໃຊ້ໃນອາຄານການຄ້າເຊິ່ງພໍ່ຂອງເພີ່ນກໍມີຮຸ້ນສ່ວນຢູ່ດ້ວຍ, ຢູ່ປະເທດອັງກິດ, ອັງແກນບໍ່ໄດ້ນັ່ງຢູ່ຫ້ອງການຢູ່ໂຮງງານນັ້ນຊື່ໆ, ເພີ່ນໄດ້ທຳຄວາມຮູ້ຈັກກັບຊາວກຳມາຊີບໂດຍເພີ່ນໄດ້ໄປຍ່າງເລາະຕາມຫ້ອງແຖວເປື້ອນໆທີ່ກຳມະກອນອາໄສຢູ່, ໄດ້ເຫັນຄວາມທຸກຍາກຂາດແຄນຂອງເຂົາເຈົ້າດ້ວຍຕາຂອງເພີ່ນເອງ. ແຕ່ເພີ່ນກໍ່ບໍ່ພໍໃຈກັບການສັງເກດຂອງຕົນເອງ, ເພີ່ນໄດ້ອ່ານໝົດທຸກສິ່ງທຸກຢ່າງກ່ອນເພີ່ນ, ກ່ຽວກັບສະພາບການເປັນຂອງຊົນຊັ້ນກຳມະກອນອັງກິດ, ເພີ່ນຄົ້ນຄວ້າຢ່າງລະອຽດລະອໍທຸກໆເອກະສານທາງການທີ່ເພີ່ນສາມາດໃຊ້ໄດ້. ໝາກຜົນຂອງການຄົ້ນຄວ້າ ແລະ ການສັງເກດດັ່ງກ່າວແມ່ນປື້ມ “ສະພາບຂອງຊົນຊັ້ນກຳມະກອນຢູ່ປະເທດອັງກິດ” ທີ່ພິມອອກໃນປີ 1845. ອັງແກນແມ່ນຄົນທຳອິດທີ່ເວົ້າວ່າ ຊົນຊັ້ນກຳມາຊີບແມ່ນບໍ່ພຽງແຕ່ເປັນຊົນຊັ້ນທີ່ທົນທຸກທໍລະມານ, ເທົ່ານັ້ນ, ແລະ ເວົ້າວ່າກໍ່ຕັ້ງແມ່ນສະພາບເສດຖະກິດທີ່ຊົ່ວຊາບທີ່ຊາວກຳມາຊີບ ໄດ້ດຳລົງຢູ່ນັ້ນເອງຈະຊຸກຍູ້ໃຫ້ພວກເຂົາກ້າວໄປຂ້າງໜ້າຢ່າງບໍ່ມີຫຍັງຈະສະກັດກັ້ນໄດ້ ແລະ ບັງຄັບໃຫ້ເຂົາຕ້ອງຕໍ່ສູ້ເພື່ອປົດປ່ອຍຕົນເອງໃນຂັ້ນສຸດທ້າຍ. ຊາວກຳມາຊີບທີ່ຕໍ່ສູ້ຈະເປັນຜູ້ຊ່ວຍຕົນເອງ… ແລະ ລັດທິສັງຄົມນິຍົມຈະກາຍເປັນກຳລັງໄດ້ກໍ່ຕໍ່ເມື່ອ ເວລາໃດມັນຫາກກາຍເປັນເປົ້າຕໍ່ສູ້ທາງດ້ານການເມືອງຂອງຊົນຊັ້ນກຳມະກອນ. ອັນນີ້ແຫຼະແມ່ນຄວາມຄິດຕົ້ນຕໍຂອງປື້ມອັງແກນ ປື້ມນີ້ມີຜົນສະທ້ອນອັນໃຫຍ່ຫຼວງທີ່ສຸດຢູ່ທຸກບ່ອນທຸກທີ່ ຕ່າງກໍ່ອີງໃສ່ປື້ມຂອງອັງແກນກ່ຽວກັບສະພາບຂອງກຳມະກອນສະໄໝໃໝ່ ຄວາມຈິງກໍ່ແມ່ນແນວນັ້ນແທ້, ເພາະກ່ອນໜ້າ 1845 ຫຼື ຫຼັງກໍ່ບໍ່ມີປື້ມຫົວໃດພັນລະນາແຈ້ງ ແລະ ຖືກຕ້ອງກ່ຽວກັບສະພາບຄວາມທຸກຍາກຂອງກຳມະກອນ.
ອັງແກນໄດ້ກາຍເປັນນັກສັງຄົມນິຍົມຢູ່ອັງກິດ ເມືອງແມນແຊສເຕີ ໄດ້ພົວພັນກັບນັກເຄື່ອນໄຫວຂອງຂະບວນກຳມະກອນອັງກິດ ແລະ ເລີ່ມຕົ້ນຂຽນບົດລົງວາລະສານສັງຄົມນິຍົມຂອງອັງກິດເວລານັ້ນ.
ໃນປີ 1844 ເມື່ອກັບຄືນເມືອປະເທດເຢຍລະມັນ ຕາມທາງເພີ່ນໄດ້ທຳຄວາມຮູ້ຈັກກັບມາກທີ່ນະຄອນປາຣີ ປະເທດຝຣັ່ງ ເຊິ່ງກ່ອນໜ້ານີ້ເພີ່ນກໍ່ໄດ້ຂຽນຈົດໝາຍຕິດຕໍ່ກັນກ່ອນແລ້ວ. ມາກກໍ່ໄດ້ກາຍເປັນນັກສັງຄົມນິຍົມຄືກັນຢູ່ທີ່ປາຣີ ພາຍໃຕ້ຜົນສະທ້ອນຂອງນັກສັງຄົມນິຍົມຝຣັ່ງ ແລະ ຊີວິດຝຣັ່ງ ເພື່ອນທັງສອງໄດ້ຮ່ວມກັນຂຽນປື້ມ “ຕະກຸນສັກກະລະ ຫຼື ການຕຳນິຕໍ່ການຕຳນິແບບຕຳນິວິຈານ” ເຊິ່ງເປັນຊື່ແບບເຢາະເຍີ້ຍ ຕໍ່ອ້າຍນ້ອງ ນັກປັດຊະຍາຂອງຕະກຸນ ບົວແອຣ (ບຣູໂນ ບົວແອຣ 1809-1882 ແລະ ແອັຣກາຣ ບົວແອຣ 1820-1882) ພ້ອມທັງຜູ້ສືບທອດຂອງພວກເຂົາ ເຊິ່ງໄດ້ພິມອອກກ່ອນປື້ມ “ສະພາບຂອງຊົນຊັ້ນກຳມະກອນຢູ່ປະເທດອັງກິດ” ໜຶ່ງປີ ແລະ ພາກສ່ວນໃຫຍ່ແມ່ນມາກເປັນຜູ້ຂຽນ ໄດ້ວາງພື້ນຖານລັດທິສັງຄົມນິຍົມປະຕິວັດ-ວັດຖຸນິຍົມ ແລະ ເປັນການຕໍ່ສູ້ຢ່າງເດັດດ່ຽວກັບທິດທາງທີ່ບໍ່ສົມເຫດສົມຜົນ ແລະ ອັນຕະລາຍ ປົກປ້ອງຜົນປະໂຫຍດຂອງບຸກຄົນກໍຄື ຊົນຊັ້ນກຳມະກອນທີ່ຖືກຢຽບຢ່ຳໂດຍຊົນຊັ້ນປົກຄອງ ແລະ ລັດ ພວກເພີ່ນຮຽກຮ້ອງໃຫ້ຕໍ່ສູ້ເພື່ອສ້າງສັງຄົມທີ່ດີກວ່າຫາກບໍ່ແມ່ນຈະສັງເກດເບິ່ງລ້າໆ.
ຕັ້ງແຕ່ປີ 1845-1847 ອັງແກນໄດ້ດຳລົງຊີວິດຢູ່ນະຄອນບຸກແຊນ ແລະ ປາຣີ, ເພີ່ນໄດ້ສົມທົບວຽກງານວິທະຍາສາດເຂົ້າກັບພຶດຕິກຳຕົວຈິງຂອງໜູ່ກຳມະກອນຢູ່ນະຄອນຫຼວງບຸກແຊນ ແລະ ປາຣີ….
ປີ 1848 “ຖະແຫຼງການຂອງພັກກອມມູນິດ” ທີ່ໂດງດັງຂອງມາກ ແລະ ອັງແກນໄດ້ຖືກພິມອອກ ປື້ມຫົວນ້ອຍໆຫົວນີ້ມີຄ່າເທົ່າກັບປື້ມຫຼາຍໆເຫຼັ້ມ ຊາວກຳມາຊີບທັງໝົດທີ່ມີການຈັດຕັ້ງກໍ່ພວມປະຕິບັດ ແລະ ເຄື່ອນໄຫວຕາມເນື້ອໃນຈິດໃຈຂອງປື້ມດັ່ງກ່າວ.
ການປະຕິວັດປີ 1848 ໄດ້ລະເບີດຂື້ນຢູ່ປະເທດຝຣັ່ງກ່ອນໝູ່ຕໍ່ມາໄດ້ແຜ່ລາມໄປສູ່ປະເທດເອີຣົບຕາເວັນຕົກໄດ້ນຳເອົາມາກ ແລະ ອັງແກນກັບຄືນສູ່ບ້ານເກີດເມືອງນອນ. ຢູ່ປະເທດ ບຣຸສຊີແລນນີ້ເອງພວກເພີ່ນໄດ້ກາຍເປັນຫົວໜ້າ “ໜັງສືພິມແຣນໃໝ່” ເຊິ່ງເປັນໜັງສືພິມປະຊາທິປະໄຕທີ່ພິມອອກທີ່ເມືອງ ກີໂອນ ເພື່ອນທັງສອງແມ່ນພະລັງໃຈຂອງເຈດຈຳນົງແບບປະຊາທິປະໄຕ-ປະຕິວັດທຸກສິ່ງຢ່າງ ຢູ່ປຣຸສຊີ ແຄມຝຣັ່ງແມ່ນ້ຳແຣນ. ພວກເພີ່ນຕໍ່ສູ້ກັບກຳລັງປະຕິການເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອເສລີພາບຈົນເຖິງໂອກາດສຸດທ້າຍ. ດັ່ງທີ່ເຮົາຮູ້ແລ້ວວ່າຝ່າຍປະຕິການເປັນຜູ້ຊະນະ ແລະ ໜັງສືພິມແຣນໃໝ່ ຖືກຫ້າມ, ມາກຖືກເສຍສິດເປັນຄົນ ປຣຸສຊີ ແລະ ຖືກເນລະເທດ, ສ່ວນອັງແກນປະກອບສ່ວນໃນການລຸກຮື້ຂື້ນປະກອບອາວຸດຂອງປະຊາຊົນ ໃນສາມບັ້ນຮົບ ທີ່ຕີເພື່ອເສລີພາບ ແຕ່ພາຍຫຼັງປາລາໄຊພວກລຸກຮື້ຂື້ນຈຶ່ງພາກັນໂຕນໜີໄປຜ່ານທາງປະເທດສະວິດເຂົ້າສູ່ລອນດອນ.
ມາກກໍ່ໄດ້ໄປຢູ່ລອນດອນຄືກັນ. ອັງແກນບໍ່ດົນເພີ່ນກໍ່ໄດ້ເປັນພະນັກງານອີກ, ສ່ວນຕໍ່ມາໄດ້ເປັນຜູ້ຖືຫຸ້ນຢູ່ບໍລິສັດການຄ້າແຫ່ງນັ້ນ ທີ່ເມືອງ ແມນແຊສເຕີ ເຊິ່ງເພີ່ນເຄີຍຮັບໃຊ້ມາແລ້ວໃນຊຸມປີທີ 20.
ກ່ອນປີ 1870 ຢູ່ທີ່ເມືອງແມນແຊສເຕີ, ສ່ວນມາກນັ້ນຢູ່ທີ່ລອນດອນ ແຕ່ວ່າການຢູ່ຫ່າງໄກກັນຄືແນວນີ້ກໍ່ບໍ່ໄດ້ລົບກວນການສື່ສຳພັນທາງດ້ານຈິດໃຈແບບມີຊີວິດຊີວາທີ່ສຸດຄື: ພວກເພີ່ນໄດ້ຂຽນຈົດໝາຍຫາກັນເກືອບທຸກໆມື້ ໃນຈົດໝາຍເຫຼົ່ານັ້ນເພື່ອນທັງສອງໄດ້ແລກປ່ຽນທັດສະນະ ແລະ ຄວາມຮູ້ນຳກັນ ແລະ ໄດ້ສືບຕໍ່ຄົ້ນຄວ້າສ້າງລັດທິສັງຄົມນິຍົມວິທະຍາສາດຮ່ວມກັນ. ມາກຜົນຂອງວຽກງານຂອງພວກເພີ່ນຮ່ວມກັນນັ້ນແມ່ນປື້ມ “ທຶນ” ຂອງມາກ ເຊິ່ງແມ່ນໝາກຜົນອັນລ້ຳເລີດທາງດ້ານການເມືອງ-ເສດຖະກິດແຫ່ງສະໄໝຂອງພວກເຮົາ ແລະ ແມ່ນນິພົນໃຫຍ່ ແລະ ນ້ອຍຫຼາຍໆອັນຂອງອັງແກນ.
ປີ 1870 ອັງແກນໄດ້ຍ້າຍໄປຢູ່ທີ່ນະຄອນຫຼວງລອນດອນ ແລະ ການດຳລົງຊີວິດທາງດ້ານຈິດໃຈທີ່ເຕັມໄປດ້ວຍວຽກງານທີ່ເຄັ່ງຮ້ອນຮ່ວມກັນນັ້ນ ຍັງສືບຕໍ່ໄປຈົນຮອດ ປີ 1883 ເຊິ່ງແມ່ນປີທີ່ມາກໄດ້ເຖິງແກ່ມໍລະນະກຳ ມາກໄດ້ດຳເນີນວຽກງານກ່ຽວກັບການຄົ້ນຄ້ວາປະກົດການອັນສັບສົນຂອງເສດຖະກິດທຶນນິຍົມ. ອັງແກນໄດ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາວິທະຍາສາດທີ່ມີລັກສະນະລວມກວ່າໝູ່ ແລະ ປະກົດການຕ່າງໆດແຫ່ງອະດີດ ແລະ ປັດຈຸບັນ ບົນຈິດໃຈການສ້າງຄວາມເຂົ້າໃຈແບບວັດຖຸນິຍົມ ຕໍ່ປະຫວັດສາດ ແລະ ທິດສະດີເສດຖະກິດຂອງມາກ ຢູ່ໃນນິພົນຕ່າງໆທີ່ຂຽນອອກ, ເຊິ່ງບາງຄັ້ງມີລັກສະນະໂຕ້ຖຽງກັນແບບເຂົ້າໃຈງ່າຍສົມຄວນ….
ມາກໄດ້ເຖິງແກ່ມໍລະນະກຳແຕ່ຍັງບໍ່ທັນສຳເລັດຜົນງານອັນຍິ່ງໃຫຍ່ຂອງເພີ່ນກ່ຽວກັບທຶນ. ແຕ່ວ່ານິພົນນັ້ນກໍ່ເກືອບຈະສຳເລັດແລ້ວ, ພາຍຫຼັງການເສຍຊີວິດຂອງເພື່ອນອັງແກນໄດ້ດຳເນີນວຽກງານອັນໜັກໜ່ວງເພື່ອຮຽບຮຽງ ແລະ ພິມຈຳໜ່າຍປື້ມທຶນ ເຫຼັ້ມ II ແລະ ເຫຼັ້ມ III ໃນປີ 1885 ອັງແກນໄດ້ພິມເຫຼັ້ມທີ II, ແລະ ປີ 1895 ພິມເຫຼັ້ມທີ III (ເພີ່ນບໍ່ທັນສຳເລັດຮຽບຮຽງເຫຼັ້ມທີ IV). ວຽກງານຮຽບຮຽງ ແລະ ພິມຈຳໜ່າຍປື້ມສອງເຫຼັ້ມນີ້ຮຽກຮ້ອງໃຫ້ອັງແກນອອກເຫືອເທແຮງຫຼາຍທີ່ສຸດ. ອັດແລຣ ນັກສັງຄົມ-ປະຊາທິປະໄຕ ຄົນໂອຕິດໄດ້ໃຫ້ຂໍ້ສັງເກດທີ່ຖືກຕ້ອງທີ່ສຸດວ່າ ອັງແກນໄດ້ສ້າງອະນຸສອນອັນເລີດລ້ຳທີ່ສຸດໃຫ້ແກ່ເພື່ອນຜູ້ປີຊາສາມາດຂອງຕົນ ດ້ວຍການພິມຈຳໜ່າຍ ປື້ມນິພົນ “ທຶນ” ເຫຼັ້ມ ແລະ ເຫຼັ້ມ ເຊິ່ງເໝືອນດັ່ງວ່າອັງແກນໄດ້ຄວັດຊື່ຂອງຕົນຈາລຶກໄວ້ຢູ່, ອະນຸສາວະລີນັ້ນ ໂດຍບໍ່ມີຄວາມປາຖະໜາ. ຄວາມຈິງປື້ມສອງເຫຼັ້ມນີ້ຄືຜົນງານຂອງສອງຄົນຄື: ມາກ ແລະ ອັງແກນ….
ພາຍຫຼັງທີ່ເກີດຂະບວນການແຕ່ປີ 1848-1849 ມາກ ແລະ ອັງແກນບໍ່ພຽງແຕ່ດຳເນີນວຽກງານວິທະຍາສາດເທົ່ານັ້ນ ຢູ່ໃນເງື່ອນໄຂຂອງຜູ້ຖືກເນລະເທດ. ໃນປີ 1864 ມາກໄດ້ສ້າງຕັ້ງ “ສະມາຄົມກຳມະກອນສາກົນຂື້ນ” ແລະ ໄດ້ນຳພາສາມາຄົມດັ່ງກ່າວເປັນເວລາເຖິງສິບປີ. ອັງແກນກໍ່ໄດ້ປະກອບສ່ວນຢ່າງມີຊີວິດຊີວາໃນວຽກງານຂອງສະມາຄົມດັ່ງກ່າວ. ຕາມຄວາມຄິດເຫັນຂອງມາກການເຄື່ອນໄຫວຂອງ “ສະມາຄົມສາກົນ” ທີ່ເຕົ້າໂຮມຊາວກຳມາຊີບທຸກໆປະເທດນັ້ນ ມີຄວາມໝາຍໃຫຍ່ຫຼວງທີ່ສຸດໃນການຂະຫຍາຍຂະບວນກຳມະກອນ ແຕ່ເຖິງວ່າສາມາຄົມສາກົນ ຈະໄດ້ອັດລົງໃນຊຸມປີ 70 ນັ້ນກໍ່ຕາມ, ບົດບາດຂອງມາກ ແລະ ອັງແກນ ໃນການສ້າງຄວາມສາມັກຄີບໍ່ໄດ້ຫຼຸດລົງຈັກດີ້, ກົງກັນຂ້າມສາມາດເວົ້າໄດ້ວ່າຄວາມໝາຍຂອງພວກເພີ່ນ ໃນຖານະເປັນຜູ້ນຳພາທາງດ້ານຈິດໃຈຂອງຂະບວນກຳມະກອນນັ້ນ ແຮງເພີ່ມທະວີຂື້ນຢ່າງເປັນປະຈຳ, ເພາະວ່າກະໂຕຂະບວນການກໍ່ເຕີບໃຫຍ່ຂື້ນຢ່າງບໍ່ຢຸດຢັ້ງ. ອັງແກນໄດ້ສືບຕໍ່ເປັນຜູ້ນຳພາ ແລະ ທີ່ປືກສາຂອງນັກສັງຄົມນິຍົມເອີຣົບຜູ້ດຽວ. ພາຍຫຼັງທີ່ມາກໄດ້ເຖິງແກ່ກຳ. ທັງນັກສັງຄົມນິຍົມເຢຍລະມັນ ເຊິ່ງທັງໆທີ່ມີການຕິດຕາມຂອງລັດຖະບານແຕ່ກຳລັງຂອງເຂົາເພີ່ມທະວີຂື້ນຢ່າງບໍ່ຢຸດຢັ້ງ ແລະ ວ່ອງໄວ, ທັງຕົວແທນຂອງປະເທດຫຼ້າຫຼັງເຊັ່ນ: ຊາວແອັສປາຍ, ລູມານີ, ລັດເຊຍ… ທີ່ຕ້ອງໄດ້ຄົ້ນຄິດຊັ່ງຊາເບິ່ງບາດກ້າວທຳອິດຂອງຕົນນັ້ນ ກໍໄດ້ມາຂໍຄຳຊີ້ນຳ ແລະ ແນະນຳ ນຳອັງແກນ. ພວກເຂົາທັງໝົດກໍ່ໄດ້ຮັບຄຳຕອບຢ່າງຈະແຈ້ງ ຈາກຄັງສາງອັນຮັ່ງມີແຫ່ງຄວາມຮູ້ ແລະ ບົດຮຽນຂອງພໍ່ເຖົ້າອັງແກນ.
ມາກ ແລະ ອັງແກນ ຮູ້ພາສາລັດເຊຍ ແລະ ອ່ານປື້ມເປັນພາສາລັດເຊຍໄດ້ຄວາມສົນໃຈກ່ຽວກັບປະເທດລັດເຊຍຫຼາຍທີ່ສຸດຕິດຕາມດ້ວຍຄວາມຈົດຈໍນຳຂະບວນການປະຕິວັດຂອງລັດເຊຍ ແລະ ໄດ້ສ້າງສາຍພົວພັນກັບນັກປະຕິວັດລັດເຊຍ. ໝົດທັງສອງຄົນໄດ້ກາຍເປັນນັກສັງຄົມນິຍົມຈາກການເປັນນັກປະຊາທິປະໄຕ ແລະ ຄວາມຮູ້ສຶກແບບປະຊາທິປະໄຕໄດ້ສ້າງຄວາມກຽດຊັງແຮງເປັນພິເສດຕໍ່ຄວາມລຳພັງໃຈທາງດ້ານການເມືອງ. ຄວາມຮູ້ສຶກທາງດ້ານການເມືອງໂດຍກົງ ບວກກັບຄວາມເຂົ້າໃຈທາງດ້ານທິດສະດີອັນເລິກເຊິ່ງ ກ່ຽວກັບສາຍກ່ຽວພັນລະຫວ່າງຄວາມລຳພັງໃຈທາງດ້ານການເມືອງກັບຄວາມກົດຂີ່ທາງດ້ານເສດຖະກິດ ກໍຄືບົດຮຽນຊີວິດອັນຮັ່ງມີ ໄດ້ເຮັດໃຫ້ມາກ ແລະ ອັງແກນໄດ້ກາຍເປັນຜູ້ມີຄວາມພາກພູມໃຈເປັນພິເສດ. ໂດຍສະເພາະແມ່ນໃນດ້ານການເມືອງ. ດ້ວຍເຫດນັ້ນການຕໍ່ສູ້ແບບວິລະຊົນຂອງນັກປະຕິວັດລັດເຊຍຈຳນວນໜ້ອຍໆກັບລັດຖະບານເຈົ້າຊາທີ່ເຂັ້ມແຂງ ຈຶ່ງຖືກກະຕຸກຊຸກຍູ້ແຮງທີ່ສຸດຕໍ່ດວງໃຈຂອງນັກປະຕິວັດ ທີ່ໄດ້ຜ່ານການທົດສອບເຫຼົ່ານີ້…. ນັກປະຕິວັດລັດເຊຍໄດ້ສູນເຊຍເພື່ອນຜູ້ທີ່ດີເດັ່ນຂອງຕົນຄືອັງແກນ.
ພວກເຮົາຈະຊົງຈຳຕະຫຼອດກາລະນານເຖິງ ຟຣິດຣິກ ອັງແກນ ນັກຕໍ່ສູ້ ແລະ ຄູສອນຜູ້ຍິ່ງໃຫຍ່ຂອງຊາວກຳມາຊີບ!
.......
ຄັດຈາກປື້ມ: ເລນິນ ກ່ຽວກັບລັດທິມາກ ໜ້າ 33-47, ສຳນັກຂ່າວສານ ໂນໂວສະຕີ, ມົດສະກູ 1988
ป้ายกำกับ
- 100 ปี ธงไตรรงค์ ประวัติศาสตร์ธงชาติไทย
- 1-5
- กองพันเสือน้อย Little Tiger ทหารไทย ใครๆก็กลัว
- จากเวียงจันทน์ ถึงบางกอก ตามรอยเจ้าอนุวงศ์ คลี่ปมประวัติศาสตร์ไทย-ลาว
- เติ้ง ลี่จวิน
- ท่านไกสอน พมวิหาน (ลาว: ໄກສອນ ພົມວິຫານ)
- ประวัติความเป็นมาของชาวไทยอีสาน
- ประวัติศาสตร์ลาว
- (พ.ศ. 2496-2518)
- พันเอก บุนยัง วอละจิด
- ภาระกิจลับในลาว
- มารู้จักกับชาติพันธุ์ ชนเผ่าไทยอี่สาน
- #วันนี้ในอดีต โศกนาฏกรรม 9/11
- สงครามกลางเมืองลาว
- สมเด็จพระเจ้าอนุวงศ์
- สะพานปรินซ์ Souphanouvong
- หนูฮัก พูมสะหวัน (ลาว: ໜູຮັກ ພູມສະຫວັນ)
- อาณาจักรล้านช้าง
- old photo
- ຂົວຕາດໄຮ ຂ້າມ Bridge Tadhay
- ສົງຄາມໂລກຄັ້ງທີ II ( World War II ຫລື WW II)
- ຊົມເຊີຍ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ຢ່າງສຸດໃຈ
- ປະຫວັດຂອງແຂວງຄຳມ່ວນ
- ພາລະກິດປະຫວັດສາດແຫ່ງການຕໍ່ສູ້ນຳພາໂດຍນາຍຄູຄຳໃນປີ 1920
- ເມືອງ ຈຳພອນ ແຂວງສະຫວັນນະເຂດ
- ລະນຶກ ວັນທີ່ 21 ມີນາ 1946
- ວັດຕາແຫຼວເກົ່າ
- ວັນຊາດທີ່ 2 ທັນວາ ຫມັ້ນຍືນ
ไม่มีความคิดเห็น:
แสดงความคิดเห็น