ພະທາດສີໂຄດຕະບອງ ຫຼື ສີໂຄດຕະບູນ ຕັ້ງຢູ່ເທສະບານເມືອງທ່າແຂກ (ປະຈຸບັນ) ເປັນພະທາດທີ່ສ້າງຂື້ນສະໄໝອານາຈັກສີໂຄດຕະບອງ ໃນສັດຕະວັດ VI ສະໄໝ ພຣະເຈົ້າສຸມິນທະຣາດເພື່ອສະເຫຼີມສະຫຼອງພຣະກຽດພຣະຍາສີໂຄດຕະບອງໂດຍສ້າງອຸບມົງ(ພຮະທາດສີໂຄດຕະບອງ)ກວມຮອຍພຮະບາດ(ຮອຍຕີນ)ຂອງພຮະພຸດທະເຈົ້າ ຄັ້ງຍັງມີພຮະງົບຫູ່, ພຮະອົງໄດ້ສະເດັດມາຈາກພູກໍາພ້າມາປະທັບຢູ່ທີ່ນີ້ກ່ອນສະເດັດໄປພັກຜ່ອນຢູ່ຕົ້ນຮັງ ແລະ ໄດ້ເອົາພຣະສາຮິຄະທາດຂອງພຣະຍາສີໂຄດຕະບອງບັນຈຸໄວ້ໃນອົງພຣະທາດ(ປະຫວັດສາດແຂວງຄໍາມ່ວນ2015ໜ້າ14);.

ຜ່ານຂະບວນວິວັດແຫ່ງປົກຄອງຂອງບັນດາພຣະຍາຢູ່ບັນດານະຄອນຕ່າງໆ ທີ່ປະກົດໃນຕຳນານ ແລະ ການຄົ້ນພົບຂອງນັກບູຮານຄະດີຢູ່ ເຂດບ້ານໜອງເຮືອທອງ ແຄມຝັ່ງເຊບັ້ງໄຟພົບເຫັນຫລັກຖານ: ເສົາຫີນເປັນຮູບສີວະລິງຄະປະເພດ 8 ຫຼ່ຽມຈໍານວນ 3 ເສົາ, ຫີນແກະສະຫຼັກຮູບສາມຫຼ່ຽມ, ຂ້າງໃນເປັນຮູບບູຊາໃນສາສະໜາພາມສະໄໝຕົ້ນສີໂຄດຕະບອງ, ຮ່ອງຮອຍກະຕຶບພົບເຫັນຫີນສາມຊະນິດຄື : ຫີນຕັດ, ດິນຈີ່ ແລະ ຫີນເຂົ້າຈີ່ຢ່າງຫຼວງຫຼາຍ, ໝໍ້ໃສ່ກະດູກ ແລະ ເຄື່ອງໃຊ້ຄົນບູຮານຈໍານວນໜຶ່ງ,ໜອງເຮືອທອງທີ່ຄົນທ້ອງຖິ່ນເຊື່ອວ່າເປັນໜອງສັກສິດ, ສະນັ້ນນັກຄົ້ນຄ້ວາທັງຫລາຍຈື່ງສັນນິຖານວ່າ: ເປັນເຂດໃຈກາງຂອງອານາຈັກສີໂຄດຕະບອງທີ່ເປັນໜື່ງໃນ 9 ອານາຈັກຢູ່ສຸວັນນະພູມແຫ່ງນີ້ຄື:
1. ອານາຈັກທະວາຣະວະດີ(ພວກມອນ)
2. ອານາຈັກຫະຣິພູນໄຊ(ເຂດລຳພູມພວກມອນ)
3. ອານາຈັກທະຕອນ(ພວກມອນ)
4. ອານາຈັກໂຄດຕະບູນ(ລາວ-ເຈນລະບົກ)
5. ອານາຈັກເຈນລະນ້ຳ(ຂອມ)
6. ອານາຈັກຈາມປາ(ພວກຈາມ)
7. ອານາຈັກດາຍຫວຽດ(ຫວຽດນາມ)
8. ອານາຈັກປິວ ຫຼື ປະຢູ (ມຽນມາ) ແລະ
9. ອານາຈັກສີວິໄຊ (ຈັງຫວັດສະຕູນພາກໄຕ້ຂອງໄທ)
ສຳລັບອານານຈັກສີໂຄດຕະບອງ ຫຼື ສີໂຄດຕະບູນ ມີຄວາມໝາຍວ່າ: “ເມືອງຕາເວັນອອກ” ຕັ້ງຢູ່ທິດຕາເວັນອອກຂອງອານາຈັກທະຣະວະດີ ມີຂອບເຂດແຕ່ນະຄອນລາຊະສີມາກວມເອົາພາກອີສານຂອງໄທ ແລະ ປະເທດລາວແຕ່ວຽງຈັນເຖີງນະຄອນຈຳປາສັກ, ຕາມນິທານອຸຣັງຄະທາດ ອານາຈັກສີໂຄດຕະບອງມີເຈັດແຄ້ວນຂື້ນກັບຄື:
1. ແຄ້ວນອິນທະປັດຖານະຄອນ ຢູ່ທິດໄຕ້ອານາຈັກສີໂຄດຕະບອງເປັນແຄ້ວນທີ່ຮຸ່ງເຮືອງຂອງສະໄໝຂອມບູຮານ
2. ແຄວ້ນພົມມະທັດ ທິດຕາເວັນຕົກຂອງແມ່ນ້ຳຂອງບໍລິເວນນ້້ຳຊີຕົກໃສ່ນ້ຳມູນ(ພາກອີສານໄທ)
3. ແຄ້ວນໜອງຫານຫລວງ ຕັ້ງຢູ່ທິດເໜຶອຂອງເມືອງສາກົນນະຄອນ (ປະເທດໄທ) ໃນລາຊະການເຈົ້າສຸວັນນະເພັງຄານໄດ້ສ້າງພຣະທາດເຊີງຊຸມ ແລະ ພຣະທາດນາຣາຍເຈງເວງ,
4. ແຄ້ວນໜອງຫານນ້ອຍ ເຂດເມືອງວາປີຈັງຫວັດອຸດອນ(ປະເທດໄທ)
5. ແຄ້ວນແກ່ວປະກັນ ທິດຕາເວັນອອກສ່ຽງເໜືອ ແຄ້ວນພວນຊຽງຂວາງ,
6. ແຄ້ວນສາເກດນະຄອນ (ເມືອງຮ້ອຍເອັດປະຕູ)ຈັງຫວັດຮ້ອຍເອັດ ແລະ ຈັງຫວັດມະຫາສານະຄາມ(ປະເທດໄທ)
7. ແຄ້ວນກະຮຸນທະນະຄອນ (ພູເຂົາພຣະຍາໄຟ) ເຂດເຊື່ອມຕໍ່ອານາຈັກທະວາຣະວະດີ (ຄັດຈາກປື້ມປະຫວັດສາດ 450 ປີ ສ້າງຕັ້ງນະຄອນຫລວງ ວຽງຈັນ)
ໃນຂະນະທີ່ຊົນຊາດມອນ, ຂອມເປັນໃຫຍ່ ແລະ ເຮືອງອໍານາດຢູ່ໃນເຂດ ອານາຈັກສີໂຄດຕະບອງ, ຊົນຊາດລາວ ຫຼື ພວກອ້າຍລາວ ກໍໄດ້ພັດທະນາຕົນເອງ ຢູ່ທາງເມືອງເສສວນໃຫ້ມີຄວາມຈະເລີນຮຸ່ງເຮືອງທຽບເທົ່າກັບຊົນຊາດອື່ນໆໃນຊຸມພູທະວີບ, ນັກປາດທາງປະຫວັດສາດຫຼາຍທ່ານໄດ້ລົງຄວາມເຫັນວ່າ “ ຊົນຊາດລາວເປັນຊາດເກົ່າແກ່ຊາດໜຶ່ງ ທີ່ເກີດມາພ້ອມຊົນຊາດຈີນ. ກ່ອນພຸດທະການ (ກ່ອນ ພສ) ປະມານ 2500 ກວ່າປີມາແລ້ວ ມະນຸດທີ່ເກີດຈາກໃຈກາງຊົມພູທະວີບມີຫຼາຍພວກ ແຕ່ພວກໃຫຍ່ມີ 4 ພວກຄື: ພວກຈີນ, ພວກຕາກ ຫລື ຕາດ, ພວກສະນົງຍູ້ ແລະ ພວກອ້າຍລາວ”

1. ສະໄໝຂຸນບູລົມຣາຊາທິລາດພົງສາວະດານຈີນກ່າວວ່າ : ພິໂລໂກະ ຫຼື ພິລໍໂກະ ຫລືຂຸນບູຣົມ ເປັນກະສັດລາວຜູ້ກ້າຫານທີ່ສຸດ ມີຄວາມຊຳນານໃນການສົງຄາມເປັນພິເສດ ພ້ອມທັງແຜ່ອານາເຂດລາວໜອງແສອອກໄປກ້ວາງໄກທີ່ສຸດ ພຣະອົງໄດ້ຂຶ້ນສະເຫວີຍຣາຊະສົມບັດ ເປັນກະສັດລາວໜອງແສໃນປີ ຄສ727 ກົງກັບພສ 1272 ເມື່ອມີພຣະຊົນມາຍຸໄດ້ 32 ພັນສາ, ເມື່ອຂຶ້ນສະເຫວີຍລາດແລ້ວ ພຣະອົງໄດ້ຫຼິງເຫັນວ່າ: ໃນປະຫວັດສາດຜ່ານມາພວກຈີນ ແລະ ພວກມົງໂກນໄດ້ຍົກທັບມາຮຸກຮານຢູເລື້ອຍໆ ພຣະອົງຈຶ່ງໄດ້ນໍາພາໄຜ່ພົນລົງມາສ້າງເມືອງແຖນ ຫຼື ກາຫຼົງ ທຸກວັນນີ້ເອີ້ນວ່າ: ເມືອງຊຽງຮຸ່ງ.

2. ສະໄໝຂຸນລໍປົກຄອງເມືອງໜອງແສ: ຂຸນລໍໄດ້ຕີຊະນະສົງຄາມກັບຂຸນເຈືອງ ທີ່ເມືອງປະກັນແລ້ວ ກອງທັບຂອງຂຸນລໍໄດ້ຂັບໄລ່ ພວກຂອມລົງໄປຈົນຮອດເມືອງຊວາ(ຫຼວງພຣະບາງ),ຂຸນລໍໄດ້ຕີເອົາເມືອງຊວາຈາກ “ເຈົ້າຂຸນກັນຮາງ” ແລ້ວຕັ້ງເມືອງຊວາຂຶ້ນເປັນຣາຊະທານີ ຂອງປະເທດລ້ານຊ້າງ ຕັ້ງຢູ່ລະຫວ່າງປະເທດມະຫາອໍານາດຄື: ອິນເດຍ ແລະຈີນໃນສະໄໝນັ້ນ, ການຕັ້ງຣາຊະທານີຂອງຂຸນລໍນີ້ ຕໍານານຂຸນບູລົມກ່າວວ່າແມ່ນໃນລະຫວ່າງ ຄສ757ກົງກັບພສ 1300 ແລະ ປ່ຽນຊື່ເມືອງຊວາ ມາເປັນ ເມືອງຊຽງທອງ,ຈາກນັ້ນຊົນຊາດອ້າຍລາວ ໄດ້ຫຼັ່ງໄຫຼລົງມາຕັ້ງຖິ່ນຖານເຮືອນຊານບ້ານຊ່ອງຢູ່ໃນດິນແດນລ້ານຊ້າງ, ຫຍາຍອອກໄປຢ່າງກ້ວາງຂວາງ ແລະ ຕີຂັບໄຫຼ່ພວກຂອມໃຫ້ຖອຍໄປທາງເມືອງນານ ແລະ ທາງວຽງຈັນ, ສ່ວນພວກຂອມທີ່ໜີບໍ່ທັນ ກໍພາກັນແຕກອອກໄປຢູ່ເຂດພູດອຍ ແລະ ຫລົງເຫລືອຢູ່ຈົນຮອດທຸກວັນນີ້, ພວກເຮົາເອີ້ນວ່າ:ຊົນເຜົ່າຂະມຸນັ້ນເອງ;..
ຊົນເຜົ່າອ້າຍລາວ ໄດ້ເຂົ້າມາຕັ້ງບ້ານເມືອງຢູ່ດິນແດນລ້ານຊ້າງ ມີກະສັດສືບຕໍ່ກັນມາຫລາຍຊົ່ວຄົນເອີ້ນວ່າ: ການສືບຕໍ່ສັນຕະຕິວົງໂດຍບໍ່ຂາດສາຍນັບໄດ້ 22ອົງ ຈຶ່ງມາເຖິງສະໄໝເຈົ້າຟ້າງ້ຽວຄິດເປັນເວລານານເຖິງ 500 ກວ່າປີ. ຂຸນຜີຟ້າ ຫຼື ນາມໜຶ່ງບາງຜູກເອີ້ນວ່າ: ເຈົ້າຟ້າງ້ຽວເປັນກະສັດອົງທີ 22 ຂອງການສືບສັນຕະຕິວົງ ເມື່ອພຣະບິດາສະຫັວນນະຄົດແລ້ວ, ເຈົ້າຟ້າງ້ຽວກໍໄດ້ສະເຫວີຍຣາຊສົມບັດແທນ. ເຈົ້າຟ້າງ້ຽວມີຣາຊໂອລົດ ແລະ ຣາຊທິດາຢູ່ 4 ອົງ ເປັນຊາຍ 2 ອົງ, ອົງຫຼ້າມີນາມວ່າເຈົ້າຟ້າງຸ່ມ ອົງທີ່ເປັນປະຖົມກະສັດປະກາດ ໃຫ້ໂລກຮູ້ວ່າ ມີປະເທດລາວລ້ານຊ້າງສືບຕໍ່ມາຈົນເຖິງດຽວນີ້;..

3.ໃນສະໄໝເຈົ້າຟ້າງຸ່ມມະຫາຣາຊປີ ຄສ 1349: ເຈົ້າຟ້າງຸ່ມ ໄດ້ຍົກຈາຕຸລົງເສນາໂຍທາຫານຈາກປະເທດຂະແມເຂົ້າມາປະເທດລາວ ເພື່ອທ້ອນໂຮມປະເທດລາວລ້ານຊ້າງ; ຕາມຕຳນານຂຸນບູລົມກ່າວໄວ້ ລະຫວ່າງ ຄສ 757 ກົງ ກັບ ພສ 1300 ການສ້າງຕັ້ງລາຊະທານີສະໄໝຂຸນລໍ ແມ່ນຕັ້ງຢູ່ເມືອງຊວາ ແລະ ຢູ່ຕໍ່ມາໄດ້ປ່ຽນເປັນເມືອງຊຽງທອງ (ຫລວງພະບາງໃນປະຈຸບັນ) ຕົກມາສະໄໝເຈົ້າຟ້າງຸ່ມມະຫາລາດ ໄດ້ທ້ອນໂຮມບັນດາຫົວເມືອງຕ່າງໆ ເຂົ້າເປັນອາຈັກລາວລ້ານຊ້າງໃນປີ ຄສ 1349, ຜ່ານຂະບວນວິວັດແຫ່ງການປົກຄອງຂອງບັນດາພະຍາຢູ່ຫົວເມືອງຕ່າງໆຫລາຍຍຸກຫລາຍສະໄໝເຊັນ: ພຣະເຈົ້າໂພທິສາຣະຣາຊ (ຄສ 1539) ພຣະເຈົ້າໄຊເສດຖາທິລາດ (ຄສ1568) ພຣະເຈົ້າສຸຮິຍະວົງສາ (ຄສ1622) ພຮະເຈົ້າອະນຸວົງ (1806) ແລະ ຕົກມາຮອດປີຄສ 1893 ປະເທດລາວໄດ້ຕົກເປັນອານານິຄົມຂອງຝຣັ່ງເສດ, ເພື່ອສະດວກໃຫ້ແກ່ການປົກຄອງຝຣັ່ງເສດຈີ່ງໄດ້ສ້າງຕັ້ງເປັນບ້ານ, ຕາແສງ, ເມືອງ, ແຂວງຈົນເຖີງທຸກວັນນີ້ ແລະ ຊື່ແຂວງ ຄຳມ່ວນກໍຍັງຮັກສາໃວ້ຈົນເຖີງປະຈຸບັນນີ້;..
ไม่มีความคิดเห็น:
แสดงความคิดเห็น