ป้ายกำกับ

วันจันทร์ที่ 31 พฤษภาคม พ.ศ. 2564

ແນວຄິດທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ.

ແນວຄິດທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ. 

(ພາບ: internet)

ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ ຍົກບັນດາແນວຄິດພື້ນຖານກ່ຽວກັບ ພັກກອມມູນິດ ແລະ ຮ່າງຖະແຫລງການຂອງພັກກອມມູນິດ ທີ່ເປັນ ເອກະສານໃນລັກສະນະໂຄງການ ການເມືອງທໍາອິດຂອງຂະບວນ ການກອມມູນິດ, ກໍ່ຄືການສ້າງຕັ້ງ ອົງການຈັດຕັ້ງກອມມູນິດທໍາອິດຂຶ້ນຢູ່ໃນໂລກເຊິ່ງມີຊື່ວ່າ ພັນທະມິດ ບັນດາພັກກອມມູນິດ. ພວກເພິ່ນໄດ້ຮຽກຮ້ອງໃຫ້ກອງນໍາໜ້າປະຕິວັດສອງຊົນຊັ້ນ ຕ້ອງປະກອບອາວຸດ ດ້ວຍທິດສະດີທີ່ກ້າວໜ້າ, ມີລະດັບ ຄວາມຕື່ນຕົວສູງ. ພ້ອມດຽວກັນນັ້ນ ໃນພຶດຕິກໍາຕົວຈິງ ພັກຕ້ອງກໍ່ຕ້ອງ ເປັນຜູ້ທີ່ເດັດດ່ຽວກກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາຊົນກ້າວໜ້າເດີນ ໄປໜ້າພ້ອມກັນ...

ໂດຍພາຍໃຕ້ການຊີ້ນໍາຂອງທ່ານ ກາກມາກ ແລະ ອັງແກນ, ກົດລະບຽບຂອງພັນທະມິດບັນດາຊາວກໍາມະກອນໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວມີບາງເນື້ອໃນສໍາຄັນເປັນຕົ້ນ ພັກ ຕ້ອງແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນດາອົງການນໍາພາ ຂອງພັກ ຕ້ອງໄດ້ຮັບການເລືອກຕັ້ງ ຢ່າງປະຊາທິປະໄຕ ແລະ ຈະລົບລ້າງ ເວລາໃດກໍ່ໄດ້ ຖ້າເຂົາເຈົ້າບໍ່ເຮັດສໍາ ເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນກ້ອນກໍາລັງທີ່ເປັນເອກະພາບທາງດ້ານການເມືອງ-ແນວຄິດ-ການຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງຄົມນິຍົມວິທະຍາສາດ ຢ່າງແໜ້ນແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາລັງການເມືອງທີ່ມີຄວາມສາມາດດຶງດູດມະຫາຊົນສ່ວນ ຫລາຍ ເຂົ້າຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍທຶນ ແລະ ກໍ່ສ້າງລັດທິ ກອມມູນິດ…

ສໍາລັບທ່ານ ເລນິນ ແມ່ນໄດ້ສືບທອດແນວຄິດ-ທິດສະດີຂອງ ທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນ ກໍາມະກອນ ມີບາງເນື້ອໃນສໍາຄັນ ພື້ນຖານຄື: ລັດທິມາກ ແມ່ນພື້ນຖານ ແນວຄິດ, ແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງພັກກອມມູ ນິດ; ພັກກອມມູນິດແມ່ນກອງນໍາໜ້າທາງດ້ານການເມືອງທີ່ມີການຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດ ຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນໝູ່ ແລະ ມີຄວາມຕື່ນຕົວກ່ອນໝູ່ຂອງ ຊົນຊັ້ນກໍາມະກອນ; ເມື່ອເປັນພັກກໍາອໍານາດພັກແມ່ນແກນນໍາຂອງລະບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບ ດັ່ງກ່າວ; ລວມສູນປະຊາທິປະໄຕ ແມ່ນຫລັກການພື້ນຖານແຫ່ງການ ບັນຫາຕ່າງໆໃນການກໍ່ສ້າງການ ຈັດຕັ້ງ, ການດໍາລົງຊີວິດ ແລະ ການ ເຄື່ອນໄຫວຂອງພັກ; ພັກ ແມ່ນກ້ອນກໍາລັງເອກະພາບທາງດ້ານການ ເມືອງ, ແນວຄິດ ແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມຕົນເອງ ແລະ ຕິຊົມກັນ ເປັນກົດເກນຂະຫຍາຍຕົວຂອງພັກ; ພັກພົວພັນສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດ ອາດຍາສິດ, ຫ່າງເຫີນມະຫາຊົນ.

ຄືດັ່ງຮັບຮູ້ນໍາກັນແລ້ວວ່າ ທິດສະດີຮູບຖານເສດຖະກິດ-ສັງຄົມ ແມ່ນພື້ນຖານທິດສະດີ ແລະ ວິທີວິທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິບາຍ, ຄາດຄະເນການຂະຫຍາຍຕົວ ທີ່ມີລັກສະນະປະຫວັດສາດ, ທໍາມະຊາດຂອງສັງຄົມມະນຸດ ເວົ້າລວມ, ເວົ້າສະເພາະແມ່ນຂອງ ແຕ່ລະປະເທດ.
 ສູນກາງຄະນະຊາວໜຸ່ມ ລາວ ຈັດຕັ້ງເວທີປາໄສ ກ່ຽວກັບແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມຂອງ ລາວ

ຍສໝ - ຫວ່າງແລ້ວນີ້, ຢູ່່ນະຄອນຫຼວງວຽງຈັນ ສປປ ລາວ, ສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໄດ້ຈັດຕັ້ງເວທີປາໄສແລກປ່ຽນກ່ຽວກັບຊີວິດ, ພາລະກິດ ແລະ ແນວຄິດ ໂຮ່ ຈີ໋ ມິງ ສໍາລັບຄົນລຸ້ນໜຸ່ມ ຂອງ ລາວ.

ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ສະພາວິທະຍາສາດສັງ ຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)ໄດ້ຈັດຕັ້ງກອງປະຊຸມຜັນຂະ ຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ.

 ແຜ່ຂະຫຍາຍຄຸນຄ່າດ້ານແນວຄິດ, ຄຸນສົມບັດປະທານໂຮ່ຈິມິນຢ່າງແຂງແຮງ

49 ປີນັບແຕ່ເມື່ອປະທານໂຮ່ຈິມິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໄດ້ລ່ວງລັບໄປ (02 ກັນຍາ 1969 – 02 ກັນຍາ 2018) ນັ້ນ, ບັນດາຄຸນຄ່າອັນດີງາມໃນແນວຄິດ, ຄຸນສົມບັດຂອງເພີ່ນ ຍັງແຜ່ຂະຫຍາຍຢ່າງແຂງແຮງໃນສັງຄົມຫວຽດນາມ ແລະ ເພື່ອນມິດສາກົນກໍ່ໃຫ້ການຍ້ອງຍໍຊົມເຊີຍ. ສິ່ງກ່າວໄດ້ຊີ້ໃຫ້ເຫັນຄຸນຄ່າດ້ານແນວຄິດ, ຄຸນສົມບັດຂອງເພິ່ນ ຍັງຄົງເປັນທວນໄຟເຍືອງທາງ, ເປັນສັນຍາລັກໃຫ້ແກ່ພື້ນຖານວັດທະນະທຳໃນອະນາຄົດ.

วันอาทิตย์ที่ 2 พฤษภาคม พ.ศ. 2564

ກາກມາກ Karl Marx (Karl Heinrich Marx)

ກາກມາກ Karl Marx (Karl Heinrich Marx)
 
ກາກມາກ: ເກີດເມື້່ອວັນທີ 5/5/1818 ທີ່ເມືອງຕຣີ (ປະເທດປຣູດຊີ ຢູ່ແຄມຝັ່ງແມ່ນ້ຳແຣນ ) ເມື່ອຮຽນຈົບອຸດົມທີ່ເມືອງຕຣີ ມາກໄດ້ເຂົ້າຮຽນມະຫາວິທະຍາໄລ, ທຳອິດຢູ່ເມືອງບອນ, ຕໍ່ມາຢູ່ເມືອງແບັກແລງ, ຮຽນນິຕິສາດ, ແຕ່ຫາກສົນໃຈປະຫວັດສາດ ແລະ ປັດຊະຍາຫຼາຍກວ່າໝູ່. ຮຽນຈົບຫຼັກສູດໃນປີ 1841 ໂດຍໄດ້ສະເໜີວິທະຍານິພົນຂັ້ນ ມະຫາວິທະຍາໄລກ່ຽວກັບປັດຊະຍາແອປີກູກ.
ເມືອຮຽນຈົບປັດຊະຍາແລ້ວມາກໄດ້ຍ້າຍມາຢູ່ເມືອງບອນໂດຍມີຄວາມຫວັງຢາກເປັນສາ ສະດາຈານ . ແຕ່ນະໂຍບາຍແບບປະຕິການຂອງລັດຖະບານ....ໄດ້ບັງຄັບໃຫ້ມາກຕ້ອງຖິ້ມ ຄວາມຫວັງທີ່ຈະເປັນນັກປາດ....ໃນເວລານັ້ນພວກນາຍທຶນທ້ອງຖິ່ນເຂດນ້ຳແຣນທີ່ມີລັກສະນະຄ້າຍຄືກັບພວກຫົວນິຍົມ ເຮແກນ ຝ່າຍຊ້າຍໄດ້ສ້າງໜັງສືພິມຝ່າຍຄ້ານຂື້ນຢູ່ເມືອງກີ ໂອນທີ່ມີຊື່ວ່າ: ຫນັງສືພິມແຣນ ໃນເດືອນຕຸລາ 1842 ມາກໄດ້ເປັນບັນນາທິການໃຫຍ່ ແລະ ໄດ້ຍ້າຍຈາກເມືອງບອນ ມາຢູ່ເມືອງກີໂອນ. ທິດທາງປະຕິວັດ-ປະຊາທິປະໄຕໜັງສືພິມ ຢູ່ພາຍໃຕ້ການຮຽນຮຽງຂອງມາກ ໄດ້ນັບມື້ນັບແຈ້ງອອກ, ແລະ ໃນຂັ້ນຕົ້ນ ລັດຖະບານ ໄດ້ບັງຄັບໃຫ້ໜັງສືພິມຕ້ອງໄດ້ຜ່ານການກວດກາສອງສາມຂັ້ນ ຕໍ່ມາກໍ່ຕັດສິນໃຈໃຫ້ອັດ ໜັງສືພິມດັ່ງກ່າວ, ໃນວັນທີ 1/1/1843 .
ໃນເວລານັ້ນມາກຕັອງໄດ້ປະວຽກຮຽບຮຽງ, ແຕ່ການອອກໜີຂອງເພີ່ນກໍ່ບໍ່ໄດ້ກອບກູ້ ເອົາໜັງສືພິມໄວ້ໄດ້ ແລະ ມັນກໍ່ໄດ້ຖຶກອັດໃນເດືອນມີນາ 1843 .....ວຽກງານໜັງສືພິມ ໄດຊີ້ໃຫ້ເຫັນວ່າ ເພີ່ນເອງຮູ້ເສດຖະສາດການເມືອງບໍ່ທັນພຽງພໍເທື່ອ, ແລະ ເພີ່ນກໍ່ໄດ້ເລີ່ມ ຕົນຄົ້ນຄວ້າມັນຢ່າງເອົາຈິງເອົາຈັງ.
ໃນປີ 1843 ທີ່ເມືອງ ກະເຣເຊິນາກ ມາກໄດ້ແຕ່ງງານກັບນາງແຈນນີ ຟອນ ແວສຟາແລນ ເພີ່ອນຍິງຕັ້ງແຕ່ຄາວຍັງເປັນເດັກ ທີ່ເພີ່ນໝັ້ນໄວ້ຕອນທີ່ເພີ່ນເປັນນັກສຶກ ສາຢູ່ພູ້ນ. ເມຍຂອງເພີ່ນເກີດຢູ່ໃນຄອບຄົວຂຸນນາງປະຕິການປຸດຊີ.....ໃນລະດູໃບໄມ້ຫຼົ່ນປີ 1843 ມາກໄດ້ຍ້າຍມາຢູ່ປາຣີ ເພີ່ອພິມຈຳໜ່າຍວາລະສານ ຣາດີການ ໃນຕ່າງປະເທດຮ່ວມກັບ ອາຣໂນນ ຣູແກ. ມີແຕ່ປື້ມຫົວນ້ອຍໆຫົວດຽວເທົ່ານັ້ນຂອງວາລະ ສານ ລາຍສັບປະດາ ເຢຍລະມັນ-ຝຣັ່ງ ທີ່ໄດ້ຖຶກພິມອອກ...ໃນວາລະສານດັ່ງກ່າວ, ຢູ່ໃນບົດ ຂຽນຂອງຕົນ ມາກໄດ້ສະແດງໃຫ້ເຫັນວ່າ ຕົນເປັນນັກປະຕິວັດແລ້ວ ເຊິ່ງໄດ້ປະກາດ ຕຳນິຢ່າງບໍ່ປານີປານ້ອມຕໍ່ທຸກສິ່ງທຸກຢ່າງທີ່ຄົງຕົວຢຸ່ ແລະ ໄດ້ຫັນໜ້າເຂົ້າຫາມະຫາຊົນ ແລະ ຊາວກຳມາຊີບ.
ໃນເດືອນກັນຍາ 1844 ຟຣິດຣິກ ອັງແກນ ໄດ້ເດີນທາງມາປາຣີ ບໍ່ພໍເທົ່າໃດມື້ ແລະ ຕັ້ງ ແຕ່ນັ້ນມາກໍ່ໄດ້ກາຍເປັນເພື່ອນຜູ້ໃກ້ຊິດຂອງມາກ ທັງສອງພວກເພີ່ນ ໄດ້ປະກອບສ່ວນຢ່າງ ເຄັ່ງຮ້ອນທີ່ສຸດ ເຂົ້າໃນຊີວິດ ອັນຟົດເດືອດໃນເວລານັ້ນ ຂອງໜ່ວຍປະຕິວັດນະຄອນຫຼວງ ປາຣີ ..... ແລະ ໄດ້ສ້າງທິດສະດີ ແລະ ຍຸດໂທບາຍຂອງລັດທິສັງຄົມນິຍົມຂອງຊາວກຳມາຊີບ ຫຼືວ່າ ກອມມູນິດ (ລັດທິມາກ) ໂດຍຜ່ານການຕໍ່ສູ້ຢ່າງແຂງແຮງກັບທິດສະດີຕ່າງໆ ຂອງລັດທິສັງຄົມນິຍົມແບບນາຍທຶນນ້ອຍ....
ໃນປີ 1845 ມາກໄດ້ຖຶກເນລະເທດຈາກປາຣີ ຕາມການຮ້ອງຂໍຂອງລັດຖະບານ ປຣຸສຊີ ທີ່ຖືວ່າມາກແມ່ນນັກປະຕິວັດອັນຕະລາຍ. ເພີ່ນໄດ້ຍ້າຍໄປຢູ່ເມືອງບຣຸກແຊນ. ໂຄສະນາປິດລັບຄື: ສະຫະພັນກອມມູນິດ ໄດ້ເຂົ້າຢ່າງມີບົດບາດໃນກອງປະຊຸມໃຫຍ່ຄັ້ງທີ 2 ຂອງສະຫະພັນດັ່ງກ່າວ ພະຈິດ 1847 ທີນະຄອນຫຼວງລອນດອນ ແລະ ໄດ້ຂຽນ ຖະແຫຼງການາຂອງພັກກອມມູນິດ ອັນໂດງດັ່ງທີ່ໄດ້ພິມອອກໃນເດືອນກຸມພາ 1848 ຕາມການມອບໝາຍຂອງກອງປະຊຸມໃຫຍ່ດັ່ງກ່າວ. ໃນນິພົນດັ່ງກ່າວນີ້ ພວກເພີ່ນໄດ້ຂຽນ ຈະແຈ້ງ ແລະ ເດັ່ນຊັດຢ່າງປີຊາສາມາດທີາສຸດ ກ່ຽວກັບໂລກະທັດ ລັດທິວັດຖຸນິຍົມທີ່ເຖິງ ຖອງ ຊື່ງໄດ້ກວມເອົາທັງຂົງເຂດຊີວິດສັງຄົມ, ກ່ຽວກັບສັດຈະວິພາກໃນຖານະເປັນທິດສະດີການຕໍ່ສູ້ຊົນຊັ້ນ ແລະ ບົດບາດປະຫັວດສາດທົ່ວ ໂລກຂອງຊາວກຳມາຊີບ, ຜູ້ປະດິດສ້າງສັງຄົມໃຫມ່, ສັງຄົມກອມມູນິດ.

วันอาทิตย์ที่ 4 เมษายน พ.ศ. 2564

ປະຫວັດຫຍໍ້ ທ່ານ ອັງແກນ

ປະຫວັດຫຍໍ້ ທ່ານ ອັງແກນ
......................
ທ່ານອັງແກນ ໄດ້ເຖິງແກ່ມໍລະນະກຳທີ່ ລອນດອນ ເມືອວັນທີ 5 ສິງຫາ ປີ 1895 ຮອງລົງມາຈາກ ກາກມາກ ຜູ້ເປັນເພື່ອນຂອງຕົນທີ່ໄດ້ເຖິງແກ່ມໍລະນະກຳໃນປີ 1883 ອັງແກນແມ່ນນັກປາດ ແລະ ອາຈານຜູ້ເລີດລ້ຳກວ່າໝູ່ຂອງຊາວກຳມາຊີບ ສະໄໝໃໝ່ຢູ່ໃນໂລກສີວິໄລທັງໝົດ. ເມື່ອຊາຕາກຳບັນດານໃຫ້ ກາກມາກ ມາພົບກັບ ຟຣິດຣິກ ອັງແກນ ນັ້ນ ການສ້າງຜົນງານແຫ່ງຊີວິດຂອງພວກເພີ່ນທັງສອງຈຶ່ງໄດ້ກາຍເປັນພາລະກິດລວມຂອງພວກເພີ່ນ. ດ້ວຍເຫດນັ້ນ, ເພື່ອໃຫ້ເຂົ້າໃຈວ່າ ຟຣິດຣິກ ອັງແກນ ໄດ້ເຮັດຫຍັງແດ່ ສຳລັບຊາວກຳມາຊີບ ຈຳເປັນຕ້ອງຮັບຮູ້ຢ່າງຈະແຈ້ງເຖິງຄວາມໝາຍທິດສະດີ ແລະ ການເຄື່ອນໄຫວຂອງມາກ ໃນການຂະຫຍາຍຂະບວນການກຳມະກອນ ສະໄໝໃໝ່. ມາກ ແລະ ອັງແກນ ແມ່ນຜູ້ທຳອິດທີ່ໄດ້ຊີ້ໃຫ້ເຫັນວ່າ, ຊົນຊັ້ນກຳມະກອນ ພ້ອມດ້ວຍຄຳຮຽກຮ້ອງຂອງພວກເຂົາ ແມ່ນໝາກຜົນອັນຈຳເປັນຂອງລະບຽບການທາງດ້ານເສດຖະກິດສະໄໝໃໝ່ຊື່ງພ້ອມໆກັບນາຍທຶນ ແລະ ຍັງສ້າງ ແລະ ຈັດຕັ້ງຊາວກຳມາຊີບຂື້ນຢ່າງຫຼີກລ້ຽງບໍ່ໄດ້ ພວກເພີ່ນໄດ້ຊີ້ແຈ້ງວ່າບໍ່ແມ່ນຄວາມພະຍາຍາມຂອງບຸກຄົນທີ່ມີຄວາມເມດຕາກະລຸນນາສູງ ແຕ່ຫາກການຕໍ່ສູ້ຂອງຊົນຊັ້ນກຳມາຊີບທີ່ມີການຈັດຕັ້ງນັ້ນ ຈະຊ່ວຍປົດປ່ອຍມວນມະນຸດອອກຈາກຄວາມທຸກທໍລະມານທີ່ໜີບເຕັງພວກເຂົາຢູ່. ຢູ່ໃນນິພົນຂອງຕົນ, ມາກ ແລະ ອັງແກນໄດ້ໃຫ້ຄຳອະທິບາຍເປັນຄົນທຳອິດວ່າ, ສັງຄົມນິຍົມບໍ່ແມ່ນຄວາມນຶກຄິດຂອງນັກໄຝ່ຝັນ, ແຕ່ຫາກແມ່ນເປົ້າໝາຍສຸດທ້າຍ ແລະ ໝາກຜົນອັນຈຳເປັນແຫ່ງການຂະຫຍາຍຕົວຂອງກຳລັງການຜະລິດ ໃນສັງຄົມສະໄໝໃໝ່. ປະຫວັດສາດທັງທີ່ໄດ້ຂຽນໄວ້ ຮອດເວລານັ້ນ ກໍຍັງແມ່ນປະຫວັດສາດການຕໍ່ສູ້ຂອງຊົນຊັ້ນ, ປະຫວັດສາດແຫ່ງການຜັນປ່ຽນຄວາມເປັນເຈົ້າ ແລະ ໄຊຊະນະຂອງຊົນຊັ້ນໜຶ່ງໃນສັງຄົມເໜືອຊົນຊັ້ນໜຶ່ງອີກ. ແລະ ອັນນີ້ຈະສືບຕໍ່ໄປຈົນເຖິງຮາກຖານຂອງຕໍ່ສູ້ຊົນຊັ້ນ ແລະ ຄວາມເປັນເຈົ້າທາງຊົນຊັ້ນ ເຊັ່ນ: ກຳມະສິດເອກະເທດ ແລະ ການຜະລິດທີ່ບໍ່ເປັນລະບົບຂອງສັງຄົມນັ້ນ ຍັງບໍ່ດັບສູນໄປ. ສິດຜົນປະໂຫຍດຂອງຊາວກຳມາຊີບ ເລັ່ງທວງໃຫ້ທັບມ້າງຮາກຖານດັ່ງກ່າວ ແລະ ດ້ວຍເຫດນັ້ນ ການຕໍ່ສູ້ຊົນຊັ້ນຢ່າງມີສະຕິຂອງກຳມະກອນທີ່ມີການຈັດຕັ້ງຕ້ອງແນໃສ່ຮາກຖານດັ່ງກ່າວ. ສ່ວນການຕໍ່ສູ້ຊົນຊັ້ນທຸກໆອັນແມ່ນການຕໍ່ສູ້ທາງດ້ານການເມືອງ.
ຊາວກຳມາຊີບທັງໝົດທີ່ຕໍ່ສູ້ເພື່ອປົດປ່ອຍຕົນເອງ ກຳໄດ້ແໜ້ນທີ່ສຸດທັດສະນະເຫຼົ່ານີ້ຂອງມາກ ແລະ ອັງແກນ, ແຕ່ວ່າໃນຊຸມປີ 40 ໃນເມື່ອເພື່ອນສອງຄົນນີ້ໄດ້ປະກອບສ່ວນສ້າງເອກະສານສັງຄົມນິຍົມ ແລະ ໃນຂະບວນການທາງສັງຄົມແຫ່ງຍຸກສະໄໝນັ້ນ, ທັດສະນະຄືແນວນີ້ມັນແມ່ນສິ່ງໃໝ່ອ່ຽມທີ່ສຸດ, ເວລານັ້ນມີຄົນທີ່ມີພອນສະຫວັນ ແລະ ບໍ່ມີພອນສະຫວັນ, ຊື່ສັດ ແລະ ບໍ່ຊື່ສັດຫຼາຍທີ່ສຸດ ທີ່ສົນໃຈນຳການຕໍ່ສູ້ເພື່ອເສລີພາບທາງດ້ານການເມືອງ, ສົນໃຈນຳການຕໍ່ສູ້ຕ້ານອຳນາດເຈົ້າຊາ, ຕ້ານຕຳຫຼວດ ແລະ ຄຸນພໍ່ ແຕ່ຫາກບໍ່ເຫັນສິດ ແລະ ຜົນປະໂຫຍດທີ່ກົງກັນຂ້າມກັນຂອງນາຍທຶນ ແລະ ຊາວກຳມາຊີບ, ຄົນເຫຼົ່ານີ້ບໍ່ມີແນວຄວາມຄິດທີ່ວ່າ ກຳມະກອນໄດ້ຕໍ່ສູ້ໃນຖານະເປັນກຳລັງສັງຄົມ, ທີ່ເປັນເອກະລາດ. ດ້ານອື່ນອີກ, ກໍຍັງມີນັກໄຝ່ຝັນຫຼາຍຄົນທີ່ປີຊາສາມາດ ເຊິ່ງຄິດວ່າຈຳເປັນພຽງແຕ່ເຮັດໃຫ້ພວກເຈົ້ານາຍ ແລະ ຊົນຊັ້ນປົກຄອງເຫັນແຈ້ງເຖິງຄວາມບໍ່ເປັນທຳຂອງລະບຽບການທາງສັງຄົມສະໄໝໃໝ່ເທົ່ານັ້ນ, ແລ້ວເວລານັ້ນ ກໍຈະສາມາດເຮັດໃຫ້ພິພົບມີສັນຕິພາບ ແລະ ໝົດທຸກຄົນມີຄວາມສົມບູນພູນສຸກ. ພວກເຂົາໄດ້ໄຝ່ຝັນເຖິງສັງຄົມນິຍົມແບບບໍ່ຕ້ອງຕໍ່ສູ້ ແລະ ໃນທີ່ສຸດເກືອບຢາກວ່ານັກສັງຄົມນິຍົມທັງໝົດໃນເວລານັ້ນ ແລະ ເພື່ອນທັງໝົດຂອງຊົນຊັ້ນກຳມະກອນເຫັນພຽງແຕ່ວ່າ, ຊາວກຳມາຊີບນັ້ນແມ່ນບາດແຜ, ພວກເຂົາເບິ່ງດ້ວຍຄວາມສະທ້ານຢ້ານກົວວ່າ ບາດແຜອັນນີ້ຈະເຕີບໃຫຍ່ຂື້ນພ້ອມໆກັບການເຕີບໃຫຍ່ຂອງອຸດສາຫະກຳ. ດ້ວຍເຫດນັ້ນ ພວກເຂົາທັງໝົດຈຶ່ງພາກັນຄິດວ່າ, ຈະເຮັດແນວໃດເພື່ອຢຸດຢັ້ງການຂະຫຍາຍຕົວຂອງອຸດສາຫະກຳ ແລະ ຊາວກຳມາຊີບ ຢັບຢັ້ງ “ກົງລໍ້ປະຫວັດສາດ” ໂດຍກົງກັນຂ້າມກັບຄວາມຢ້ານກົວລວມ ຢູ່ຕໍ່ໜ້າການຂະຫຍາຍຕົວຂອງຊາວກຳມາຊີບ, ມາກ ແລະ ອັງແກນ ໄດ້ຝາກຄວາມຫວັງຂອງຕົນທັງໝົດໄວ້ນຳການເຕີບໃຫຍ່ຢ່າງບໍ່ຢຸດຢັ້ງຂອງຊາວກຳມາຊີບ, ຍິ່ງຊາວກຳມະຊີບມີຫຼາຍເທົ່າໃດ ກຳລັງຂອງມັນໃນຖານະເປັນກຳລັງຊົນຊັ້ນປະຕິວັດ ກໍຍິ່ງຫຼາຍເທົ່ານັ້ນ; ສັງຄົມນິຍົມກໍຍິ່ງໝໍ່ ແລະ ມີຄວາມສາມາດ ເປັນໄປໄດ້ຫຼາຍເທົ່ານັ້ນ. ຄຸນງາມຄວາມດີຂອງມາກ ແລະ ອັງແກນທີ່ມີຕໍ່ຊົນຊັ້ນກຳມະກອນ ສາມາດເວົ້າໄດ້ບາງຄວາມດັ່ງນີ້: ເພີ່ນສອນໃຫ້ຊົນຊັ້ນກຳມະກອນມີຄວາມຮັບຮູ້, ມີສະຕິດ້ວຍຕົນເອງ ແລະ ໄດ້ເອົາວິທະຍາສາດມາແທນຄວາມໃຝ່ຝັນ.
ດ້ວຍເຫດນີ້ເອງກຳມະກອນແຕ່ລະຄົນຈຶ່ງຮູ້ຊື່ ແລະ ຊີວິດຂອງອັງແກນ….
ອັງແກນ ເກີດເມື່ອ 1820 ທີ່ເມືອງບາຣແມນ ແຂວງແຣນ ອານາຈັກປຣຸສຊີ ພໍ່ຂອງເພີ່ນເປັນເຈົ້າຂອງໂຮງງານ. ຍ້ອນສະພາບຂອງຄອບຄົວ ໃນປີ 1838 ອັງແກນຈຳເປັນຕ້ອງໄດ້ເຂົ້າເປັນພະນັກງານໃນບໍລິສັດການຄ້າແຫ່ງໜຶ່ງ ໃນເມືອງ ເບຣແມນ ທັງໆທີ່ຮຽນບໍ່ທັນຈົບວິທະຍາໄລຊ້ຳ. ວຽກງານການຄ້າກໍ່ບໍ່ໄດ້ລົບກວນອັງແກນໃນການດຳເນີນວຽກງານວິທະຍາສາດ ແລະ ການສຶກສາທາງດ້ານການເມືອງ. ຕັ້ງແຕ່ຍັງຮຽນວິທະຍາໄລພຸ້ນ ອັງແກນກໍ່ກຽດຊັງລະບອບປະຊາທິປະໄຕ ແລະ ຄວາມລຳພັງໃຈຂອງພວກຂ້າຣາຊະການພໍແຮງແລ້ວ. ການຮຽນປັດຊະຍາໄດ້ຊ່ວຍໃຫ້ເພີ່ນກ້າວໄປໄກກວ່ານັ້ນ. ເວລານັ້ນ, ປັດຊະຍາຂອງເຢຍລະມັນແມ່ນທິດສະດີຂອງເຮແກນຄອບງຳ ແລະ ອັງແກນໄດ້ກາຍເປັນຜູ້ສືບທອດເຮແກນ. ເຖິງວ່າກະໂຕເຮແກນເປັນຜູ້ທີ່ນິຍົມລະບອບປະຊາທິປະໄຕ ຂອງລັດປຣຸສຊີທີ່ວ່າ ເຮແກນໄດ້ຮັບໃຊ້ເປັນສາສະດາຈານທີ່ມະຫາວິທະຍາໄລແບັງແລັງ ນັ້ນກໍ່ຕາມ ແຕ່ທິດສະດີຂອງ ເຮແກນແມ່ນທິດສະດີປະຕິວັດ. ຄວາມເຊື່ອໝັ້ນຂອງເຮແກນຕໍ່ສະຕິປັນຍາຂອງມວນມະນຸດ ແລະ ສິດທິຂອງເຂົາ ແລະ ຫຼັກມູນພື້ນຖານຂອງປັດຊະຍາເຮແກນກ່ຽວກັບວ່າ ຂະບວນວິວັດແຫ່ງການປ່ຽນແປງ ແລະ ການຂະຫຍາຍຕົວ ທີ່ເປັນປົກກະຕິທີ່ພວມດຳເນີນໄປຢູ່ໃນໂລກນັ້ນ ໄດ້ເຮັດໃຫ້ລູກສິດຂອງນັກປັດຊະຍາຈາກແບັງແລັງ ຈຳນວນທີ່ບໍ່ຕ້ອງການຍອມຮັບຮູ້ຄວາມເປັນຈິງ ຕ້ອງເກີດມີຄວາມຄິດວ່າ ການຕໍ່ສູ້ກັບຄວາມເປັນຈິງ, ການຕໍ່ສູ້ກັບການຫຼອກລວງທີ່ມີຢູ່ ແລະ ຄວາມຊົ່ວຮ້າຍທີ່ແຜ່ລາມຢູ່ທົ່ວໄປນັ້ນ ມີກົກຮາກຢູ່ໃນກົດເກນຂອງໂລກແຫ່ງການຂະຫຍາຍຕົວຢ່າງອະມະຕະ. ຖ້າຫາກວ່າທຸກສິ່ງທຸກຢ່າງຂະຫຍາຍຕົວ, ຖ້າຫາກວ່າລະບອບນີ້ຖືກປ່ຽນແທນດ້ວຍລະບອບອື່ນ ເປັນຫຍັງອຳນາດເຈົ້າຊີວິດ ປຣຸສຊີ ຫຼື ເຈົ້າຊາລັດເຊຍ, ການສ້າງຮັ່ງຄູນມີຂອງຄົນສ່ວນໜ້ອຍການຂູດຮີດຄົນສ່ວນຫຼາຍ, ຄວາມເປັນເຈົ້າຂອງນາຍທຶນເໜືອປະຊາຊົນ ຈຶ່ງຈະສືບຕໍ່ຢ່າງອະມະຕະ? ປັດຊະຍາຂອງເຮແກນໄດ້ເວົ້າເຖິງການຂະຫຍາຍຕົວຂອງຈິດໃຈ ແລະ ຄວາມຄິດ. ປັດຊະຍາຂອງເຮແກນແມ່ນປັດຊະຍາຈິດຕະນິຍົມ. ປັດຊະຍານີ້ໄດ້ສະຫຼຸບວ່າການຂະຫຍາຍຕົວຂອງທຳມະຊາດ, ຂອງຄົນ ແລະ ການພົວພັນຂອງຄົນ, ການພົວພັນຂອງສັງຄົມນັ້ນ ແມ່ນເກີດຈາກການຂະຫຍາຍຕົວຂອງຈິດໃຈ. ມາກ ແລະ ອັງແກນ ເມື່ອໄດ້ກຳແໜ້ນຄວາມຄິດຂອງເຮແກນກ່ຽວກັບຂະບວນວິວັດອະມະຕະ ແຫ່ງການຂະຫຍາຍຕົວ, ແລ້ວກໍ່ປະໂລກະທັດຈິດຕະນິຍົມນັ້ນຖິ້ມ; ເມື່ອສັງເກດເບິ່ງຊີວິດຕົວຈິງພວກເພີ່ນໄດ້ມອງເຫັນວ່າ, ບໍ່ແມ່ນຈະເອົາການຂະຫຍາຍຕົວຂອງຈິດໃຈມາອະທິບາຍການຂະຫຍາຍຕົວຂອງທຳມະຊາດ, ແຕ່ກົງກັນຂ້າມ ຕ້ອງເອົາການຂະຫຍາຍຕົວທຳມະຊາດ, ຂອງວັດຖຸມາອະທິບາຍການຂະຫຍາຍຕົວຂອງຈິດໃຈ… ໂດຍກົງກັນຂ້າມກັບເຮແກນ ແລະ ພວກຫົວນິຍົມເຮແກນອື່ນໆ.
ມາກ ແລະ ອັງແກນ ແມ່ນັກວັດຖຸນິຍົມ ເມື່ອສັງເກດເບິ່ງໂລກ ແລະ ສັງຄົມມະນຸດໃນແບບທັດສະນະວັດຖຸນິຍົມ ພວກເພີ່ນໄດ້ມອງເຫັນວ່າ ສາຍເຫດທາງດ້ານວັດຖຸແມ່ນພື້ນຖານຂອງທຸກໆປະກົດການຕ່າງໆທາງທຳມະຊາດ, ສ່ວນການຂະຫຍາຍຕົວຂອງສັງຄົມມະນຸດນັ້ນ ແມ່ນເກີດຂື້ນຍ້ອນການຂະຫຍາຍຕົວຂອງກຳລັງການຜະລິດວັດຖຸ. ການພົວພັນຂອງຄົນກັບຄົນຢູ່ໃນການຜະລິດວັດຖຸທີ່ຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການຂອງຄົນນັ້ນ ກໍຂື້ນກັບການຂະຫຍາຍຕົວຂອງກຳລັງການຜະລິດ. ການອະທິບາຍກ່ຽວກັບທຸກໆປະກົດການຂອງຊີວິດສັງຄົມ, ຄວາມມຸ້ງຫວັງຂອງຄົນ, ຄວາມຄິດ ແລະ ກົດເກນກໍຢູ່ໃນການພົວພັນເຫຼົ່ານີ້. ການຂະຫຍາຍຕົວຂອງກຳລັງການຜະລິດ ສ້າງການພົວພັນທາງສັງຄົມ, ທີ່ອີງໃສ່ກຳມະສິດເອກະເທດ, ແຕ່ໃນປັດຈຸບັນນີ້, ພວກເຮົາຈະເຫັນວ່າການຂະຫຍາຍຕົວຂອງກຳລັງການຜະລິດ ພວກຍາດເອົາກຳມະສິດຂອງຄົນສ່ວນຫຼາຍ ແລະ ໂຮມມັນໄວ້ຢູ່ໃນກຳມືຂອງຄົນສ່ວນໜ້ອຍໆ ນັ້ນຄືແນວໃດ. ການຂະຫຍາຍຕົວນີ້ມັນທຳລາຍກຳມາສິດ, ທຳລາຍພື້ນຖານຂອງລະບຽບການສັງຄົມສະໄໝໃໝ່ ແລະ ມັນເອງກໍເລງໃສ່ເປົ້າໝາຍອັນດຽວກັນ ເຊິ່ງແມ່ນນັກສັງຄົມນິຍົມເປັນຜູ້ວາງອອກ. ນັກສັງຄົມນິຍົມຕ້ອງເຂົ້າໃຈພຽງແຕ່ວ່າ, ແມ່ນກຳລັງສັງຄົມອັນໃດ, ຕາມຖານະຂອງຕົນໃນສັງຄົມສະໄໝໃໝ່ນັ້ນ ມີຄວາມສົນໃຈໃນການປະຕິບັດລັດທິສັງຄົມນິຍົມໃຫ້ເປັນຈິງ ແລະ ຕ້ອງແຈ້ງໃຫ້ກຳລັງດັ່ງກ່າວຮູ້ເຖິງສິດຜົນປະໂຫຍດ ແລະ ໜ້າທີ່ທາງປະຫວັດສາດຂອງເຂົາ. ກຳລັງຄືແນວນີ້ແມ່ນຊາວກຳມາຊີບ.
ໃນປີ 1842 ອັງແກນໄດ້ເຂົ້າຮັບໃຊ້ໃນອາຄານການຄ້າເຊິ່ງພໍ່ຂອງເພີ່ນກໍມີຮຸ້ນສ່ວນຢູ່ດ້ວຍ, ຢູ່ປະເທດອັງກິດ, ອັງແກນບໍ່ໄດ້ນັ່ງຢູ່ຫ້ອງການຢູ່ໂຮງງານນັ້ນຊື່ໆ, ເພີ່ນໄດ້ທຳຄວາມຮູ້ຈັກກັບຊາວກຳມາຊີບໂດຍເພີ່ນໄດ້ໄປຍ່າງເລາະຕາມຫ້ອງແຖວເປື້ອນໆທີ່ກຳມະກອນອາໄສຢູ່, ໄດ້ເຫັນຄວາມທຸກຍາກຂາດແຄນຂອງເຂົາເຈົ້າດ້ວຍຕາຂອງເພີ່ນເອງ. ແຕ່ເພີ່ນກໍ່ບໍ່ພໍໃຈກັບການສັງເກດຂອງຕົນເອງ, ເພີ່ນໄດ້ອ່ານໝົດທຸກສິ່ງທຸກຢ່າງກ່ອນເພີ່ນ, ກ່ຽວກັບສະພາບການເປັນຂອງຊົນຊັ້ນກຳມະກອນອັງກິດ, ເພີ່ນຄົ້ນຄວ້າຢ່າງລະອຽດລະອໍທຸກໆເອກະສານທາງການທີ່ເພີ່ນສາມາດໃຊ້ໄດ້. ໝາກຜົນຂອງການຄົ້ນຄວ້າ ແລະ ການສັງເກດດັ່ງກ່າວແມ່ນປື້ມ “ສະພາບຂອງຊົນຊັ້ນກຳມະກອນຢູ່ປະເທດອັງກິດ” ທີ່ພິມອອກໃນປີ 1845. ອັງແກນແມ່ນຄົນທຳອິດທີ່ເວົ້າວ່າ ຊົນຊັ້ນກຳມາຊີບແມ່ນບໍ່ພຽງແຕ່ເປັນຊົນຊັ້ນທີ່ທົນທຸກທໍລະມານ, ເທົ່ານັ້ນ, ແລະ ເວົ້າວ່າກໍ່ຕັ້ງແມ່ນສະພາບເສດຖະກິດທີ່ຊົ່ວຊາບທີ່ຊາວກຳມາຊີບ ໄດ້ດຳລົງຢູ່ນັ້ນເອງຈະຊຸກຍູ້ໃຫ້ພວກເຂົາກ້າວໄປຂ້າງໜ້າຢ່າງບໍ່ມີຫຍັງຈະສະກັດກັ້ນໄດ້ ແລະ ບັງຄັບໃຫ້ເຂົາຕ້ອງຕໍ່ສູ້ເພື່ອປົດປ່ອຍຕົນເອງໃນຂັ້ນສຸດທ້າຍ. ຊາວກຳມາຊີບທີ່ຕໍ່ສູ້ຈະເປັນຜູ້ຊ່ວຍຕົນເອງ… ແລະ ລັດທິສັງຄົມນິຍົມຈະກາຍເປັນກຳລັງໄດ້ກໍ່ຕໍ່ເມື່ອ ເວລາໃດມັນຫາກກາຍເປັນເປົ້າຕໍ່ສູ້ທາງດ້ານການເມືອງຂອງຊົນຊັ້ນກຳມະກອນ. ອັນນີ້ແຫຼະແມ່ນຄວາມຄິດຕົ້ນຕໍຂອງປື້ມອັງແກນ ປື້ມນີ້ມີຜົນສະທ້ອນອັນໃຫຍ່ຫຼວງທີ່ສຸດຢູ່ທຸກບ່ອນທຸກທີ່ ຕ່າງກໍ່ອີງໃສ່ປື້ມຂອງອັງແກນກ່ຽວກັບສະພາບຂອງກຳມະກອນສະໄໝໃໝ່ ຄວາມຈິງກໍ່ແມ່ນແນວນັ້ນແທ້, ເພາະກ່ອນໜ້າ 1845 ຫຼື ຫຼັງກໍ່ບໍ່ມີປື້ມຫົວໃດພັນລະນາແຈ້ງ ແລະ ຖືກຕ້ອງກ່ຽວກັບສະພາບຄວາມທຸກຍາກຂອງກຳມະກອນ.
ອັງແກນໄດ້ກາຍເປັນນັກສັງຄົມນິຍົມຢູ່ອັງກິດ ເມືອງແມນແຊສເຕີ ໄດ້ພົວພັນກັບນັກເຄື່ອນໄຫວຂອງຂະບວນກຳມະກອນອັງກິດ ແລະ ເລີ່ມຕົ້ນຂຽນບົດລົງວາລະສານສັງຄົມນິຍົມຂອງອັງກິດເວລານັ້ນ.
ໃນປີ 1844 ເມື່ອກັບຄືນເມືອປະເທດເຢຍລະມັນ ຕາມທາງເພີ່ນໄດ້ທຳຄວາມຮູ້ຈັກກັບມາກທີ່ນະຄອນປາຣີ ປະເທດຝຣັ່ງ ເຊິ່ງກ່ອນໜ້ານີ້ເພີ່ນກໍ່ໄດ້ຂຽນຈົດໝາຍຕິດຕໍ່ກັນກ່ອນແລ້ວ. ມາກກໍ່ໄດ້ກາຍເປັນນັກສັງຄົມນິຍົມຄືກັນຢູ່ທີ່ປາຣີ ພາຍໃຕ້ຜົນສະທ້ອນຂອງນັກສັງຄົມນິຍົມຝຣັ່ງ ແລະ ຊີວິດຝຣັ່ງ ເພື່ອນທັງສອງໄດ້ຮ່ວມກັນຂຽນປື້ມ “ຕະກຸນສັກກະລະ ຫຼື ການຕຳນິຕໍ່ການຕຳນິແບບຕຳນິວິຈານ” ເຊິ່ງເປັນຊື່ແບບເຢາະເຍີ້ຍ ຕໍ່ອ້າຍນ້ອງ ນັກປັດຊະຍາຂອງຕະກຸນ ບົວແອຣ (ບຣູໂນ ບົວແອຣ 1809-1882 ແລະ ແອັຣກາຣ ບົວແອຣ 1820-1882) ພ້ອມທັງຜູ້ສືບທອດຂອງພວກເຂົາ ເຊິ່ງໄດ້ພິມອອກກ່ອນປື້ມ “ສະພາບຂອງຊົນຊັ້ນກຳມະກອນຢູ່ປະເທດອັງກິດ” ໜຶ່ງປີ ແລະ ພາກສ່ວນໃຫຍ່ແມ່ນມາກເປັນຜູ້ຂຽນ ໄດ້ວາງພື້ນຖານລັດທິສັງຄົມນິຍົມປະຕິວັດ-ວັດຖຸນິຍົມ ແລະ ເປັນການຕໍ່ສູ້ຢ່າງເດັດດ່ຽວກັບທິດທາງທີ່ບໍ່ສົມເຫດສົມຜົນ ແລະ ອັນຕະລາຍ ປົກປ້ອງຜົນປະໂຫຍດຂອງບຸກຄົນກໍຄື ຊົນຊັ້ນກຳມະກອນທີ່ຖືກຢຽບຢ່ຳໂດຍຊົນຊັ້ນປົກຄອງ ແລະ ລັດ ພວກເພີ່ນຮຽກຮ້ອງໃຫ້ຕໍ່ສູ້ເພື່ອສ້າງສັງຄົມທີ່ດີກວ່າຫາກບໍ່ແມ່ນຈະສັງເກດເບິ່ງລ້າໆ.
ຕັ້ງແຕ່ປີ 1845-1847 ອັງແກນໄດ້ດຳລົງຊີວິດຢູ່ນະຄອນບຸກແຊນ ແລະ ປາຣີ, ເພີ່ນໄດ້ສົມທົບວຽກງານວິທະຍາສາດເຂົ້າກັບພຶດຕິກຳຕົວຈິງຂອງໜູ່ກຳມະກອນຢູ່ນະຄອນຫຼວງບຸກແຊນ ແລະ ປາຣີ….
ປີ 1848 “ຖະແຫຼງການຂອງພັກກອມມູນິດ” ທີ່ໂດງດັງຂອງມາກ ແລະ ອັງແກນໄດ້ຖືກພິມອອກ ປື້ມຫົວນ້ອຍໆຫົວນີ້ມີຄ່າເທົ່າກັບປື້ມຫຼາຍໆເຫຼັ້ມ ຊາວກຳມາຊີບທັງໝົດທີ່ມີການຈັດຕັ້ງກໍ່ພວມປະຕິບັດ ແລະ ເຄື່ອນໄຫວຕາມເນື້ອໃນຈິດໃຈຂອງປື້ມດັ່ງກ່າວ.
ການປະຕິວັດປີ 1848 ໄດ້ລະເບີດຂື້ນຢູ່ປະເທດຝຣັ່ງກ່ອນໝູ່ຕໍ່ມາໄດ້ແຜ່ລາມໄປສູ່ປະເທດເອີຣົບຕາເວັນຕົກໄດ້ນຳເອົາມາກ ແລະ ອັງແກນກັບຄືນສູ່ບ້ານເກີດເມືອງນອນ. ຢູ່ປະເທດ ບຣຸສຊີແລນນີ້ເອງພວກເພີ່ນໄດ້ກາຍເປັນຫົວໜ້າ “ໜັງສືພິມແຣນໃໝ່” ເຊິ່ງເປັນໜັງສືພິມປະຊາທິປະໄຕທີ່ພິມອອກທີ່ເມືອງ ກີໂອນ ເພື່ອນທັງສອງແມ່ນພະລັງໃຈຂອງເຈດຈຳນົງແບບປະຊາທິປະໄຕ-ປະຕິວັດທຸກສິ່ງຢ່າງ ຢູ່ປຣຸສຊີ ແຄມຝຣັ່ງແມ່ນ້ຳແຣນ. ພວກເພີ່ນຕໍ່ສູ້ກັບກຳລັງປະຕິການເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອເສລີພາບຈົນເຖິງໂອກາດສຸດທ້າຍ. ດັ່ງທີ່ເຮົາຮູ້ແລ້ວວ່າຝ່າຍປະຕິການເປັນຜູ້ຊະນະ ແລະ ໜັງສືພິມແຣນໃໝ່ ຖືກຫ້າມ, ມາກຖືກເສຍສິດເປັນຄົນ ປຣຸສຊີ ແລະ ຖືກເນລະເທດ, ສ່ວນອັງແກນປະກອບສ່ວນໃນການລຸກຮື້ຂື້ນປະກອບອາວຸດຂອງປະຊາຊົນ ໃນສາມບັ້ນຮົບ ທີ່ຕີເພື່ອເສລີພາບ ແຕ່ພາຍຫຼັງປາລາໄຊພວກລຸກຮື້ຂື້ນຈຶ່ງພາກັນໂຕນໜີໄປຜ່ານທາງປະເທດສະວິດເຂົ້າສູ່ລອນດອນ.
ມາກກໍ່ໄດ້ໄປຢູ່ລອນດອນຄືກັນ. ອັງແກນບໍ່ດົນເພີ່ນກໍ່ໄດ້ເປັນພະນັກງານອີກ, ສ່ວນຕໍ່ມາໄດ້ເປັນຜູ້ຖືຫຸ້ນຢູ່ບໍລິສັດການຄ້າແຫ່ງນັ້ນ ທີ່ເມືອງ ແມນແຊສເຕີ ເຊິ່ງເພີ່ນເຄີຍຮັບໃຊ້ມາແລ້ວໃນຊຸມປີທີ 20.
ກ່ອນປີ 1870 ຢູ່ທີ່ເມືອງແມນແຊສເຕີ, ສ່ວນມາກນັ້ນຢູ່ທີ່ລອນດອນ ແຕ່ວ່າການຢູ່ຫ່າງໄກກັນຄືແນວນີ້ກໍ່ບໍ່ໄດ້ລົບກວນການສື່ສຳພັນທາງດ້ານຈິດໃຈແບບມີຊີວິດຊີວາທີ່ສຸດຄື: ພວກເພີ່ນໄດ້ຂຽນຈົດໝາຍຫາກັນເກືອບທຸກໆມື້ ໃນຈົດໝາຍເຫຼົ່ານັ້ນເພື່ອນທັງສອງໄດ້ແລກປ່ຽນທັດສະນະ ແລະ ຄວາມຮູ້ນຳກັນ ແລະ ໄດ້ສືບຕໍ່ຄົ້ນຄວ້າສ້າງລັດທິສັງຄົມນິຍົມວິທະຍາສາດຮ່ວມກັນ. ມາກຜົນຂອງວຽກງານຂອງພວກເພີ່ນຮ່ວມກັນນັ້ນແມ່ນປື້ມ “ທຶນ” ຂອງມາກ ເຊິ່ງແມ່ນໝາກຜົນອັນລ້ຳເລີດທາງດ້ານການເມືອງ-ເສດຖະກິດແຫ່ງສະໄໝຂອງພວກເຮົາ ແລະ ແມ່ນນິພົນໃຫຍ່ ແລະ ນ້ອຍຫຼາຍໆອັນຂອງອັງແກນ.
ປີ 1870 ອັງແກນໄດ້ຍ້າຍໄປຢູ່ທີ່ນະຄອນຫຼວງລອນດອນ ແລະ ການດຳລົງຊີວິດທາງດ້ານຈິດໃຈທີ່ເຕັມໄປດ້ວຍວຽກງານທີ່ເຄັ່ງຮ້ອນຮ່ວມກັນນັ້ນ ຍັງສືບຕໍ່ໄປຈົນຮອດ ປີ 1883 ເຊິ່ງແມ່ນປີທີ່ມາກໄດ້ເຖິງແກ່ມໍລະນະກຳ ມາກໄດ້ດຳເນີນວຽກງານກ່ຽວກັບການຄົ້ນຄ້ວາປະກົດການອັນສັບສົນຂອງເສດຖະກິດທຶນນິຍົມ. ອັງແກນໄດ້ຄວາມກະຈ່າງແຈ້ງກ່ຽວກັບບັນຫາວິທະຍາສາດທີ່ມີລັກສະນະລວມກວ່າໝູ່ ແລະ ປະກົດການຕ່າງໆດແຫ່ງອະດີດ ແລະ ປັດຈຸບັນ ບົນຈິດໃຈການສ້າງຄວາມເຂົ້າໃຈແບບວັດຖຸນິຍົມ ຕໍ່ປະຫວັດສາດ ແລະ ທິດສະດີເສດຖະກິດຂອງມາກ ຢູ່ໃນນິພົນຕ່າງໆທີ່ຂຽນອອກ, ເຊິ່ງບາງຄັ້ງມີລັກສະນະໂຕ້ຖຽງກັນແບບເຂົ້າໃຈງ່າຍສົມຄວນ….
ມາກໄດ້ເຖິງແກ່ມໍລະນະກຳແຕ່ຍັງບໍ່ທັນສຳເລັດຜົນງານອັນຍິ່ງໃຫຍ່ຂອງເພີ່ນກ່ຽວກັບທຶນ. ແຕ່ວ່ານິພົນນັ້ນກໍ່ເກືອບຈະສຳເລັດແລ້ວ, ພາຍຫຼັງການເສຍຊີວິດຂອງເພື່ອນອັງແກນໄດ້ດຳເນີນວຽກງານອັນໜັກໜ່ວງເພື່ອຮຽບຮຽງ ແລະ ພິມຈຳໜ່າຍປື້ມທຶນ ເຫຼັ້ມ II ແລະ ເຫຼັ້ມ III ໃນປີ 1885 ອັງແກນໄດ້ພິມເຫຼັ້ມທີ II, ແລະ ປີ 1895 ພິມເຫຼັ້ມທີ III (ເພີ່ນບໍ່ທັນສຳເລັດຮຽບຮຽງເຫຼັ້ມທີ IV). ວຽກງານຮຽບຮຽງ ແລະ ພິມຈຳໜ່າຍປື້ມສອງເຫຼັ້ມນີ້ຮຽກຮ້ອງໃຫ້ອັງແກນອອກເຫືອເທແຮງຫຼາຍທີ່ສຸດ. ອັດແລຣ ນັກສັງຄົມ-ປະຊາທິປະໄຕ ຄົນໂອຕິດໄດ້ໃຫ້ຂໍ້ສັງເກດທີ່ຖືກຕ້ອງທີ່ສຸດວ່າ ອັງແກນໄດ້ສ້າງອະນຸສອນອັນເລີດລ້ຳທີ່ສຸດໃຫ້ແກ່ເພື່ອນຜູ້ປີຊາສາມາດຂອງຕົນ ດ້ວຍການພິມຈຳໜ່າຍ ປື້ມນິພົນ “ທຶນ” ເຫຼັ້ມ ແລະ ເຫຼັ້ມ ເຊິ່ງເໝືອນດັ່ງວ່າອັງແກນໄດ້ຄວັດຊື່ຂອງຕົນຈາລຶກໄວ້ຢູ່, ອະນຸສາວະລີນັ້ນ ໂດຍບໍ່ມີຄວາມປາຖະໜາ. ຄວາມຈິງປື້ມສອງເຫຼັ້ມນີ້ຄືຜົນງານຂອງສອງຄົນຄື: ມາກ ແລະ ອັງແກນ….
ພາຍຫຼັງທີ່ເກີດຂະບວນການແຕ່ປີ 1848-1849 ມາກ ແລະ ອັງແກນບໍ່ພຽງແຕ່ດຳເນີນວຽກງານວິທະຍາສາດເທົ່ານັ້ນ ຢູ່ໃນເງື່ອນໄຂຂອງຜູ້ຖືກເນລະເທດ. ໃນປີ 1864 ມາກໄດ້ສ້າງຕັ້ງ “ສະມາຄົມກຳມະກອນສາກົນຂື້ນ” ແລະ ໄດ້ນຳພາສາມາຄົມດັ່ງກ່າວເປັນເວລາເຖິງສິບປີ. ອັງແກນກໍ່ໄດ້ປະກອບສ່ວນຢ່າງມີຊີວິດຊີວາໃນວຽກງານຂອງສະມາຄົມດັ່ງກ່າວ. ຕາມຄວາມຄິດເຫັນຂອງມາກການເຄື່ອນໄຫວຂອງ “ສະມາຄົມສາກົນ” ທີ່ເຕົ້າໂຮມຊາວກຳມາຊີບທຸກໆປະເທດນັ້ນ ມີຄວາມໝາຍໃຫຍ່ຫຼວງທີ່ສຸດໃນການຂະຫຍາຍຂະບວນກຳມະກອນ ແຕ່ເຖິງວ່າສາມາຄົມສາກົນ ຈະໄດ້ອັດລົງໃນຊຸມປີ 70 ນັ້ນກໍ່ຕາມ, ບົດບາດຂອງມາກ ແລະ ອັງແກນ ໃນການສ້າງຄວາມສາມັກຄີບໍ່ໄດ້ຫຼຸດລົງຈັກດີ້, ກົງກັນຂ້າມສາມາດເວົ້າໄດ້ວ່າຄວາມໝາຍຂອງພວກເພີ່ນ ໃນຖານະເປັນຜູ້ນຳພາທາງດ້ານຈິດໃຈຂອງຂະບວນກຳມະກອນນັ້ນ ແຮງເພີ່ມທະວີຂື້ນຢ່າງເປັນປະຈຳ, ເພາະວ່າກະໂຕຂະບວນການກໍ່ເຕີບໃຫຍ່ຂື້ນຢ່າງບໍ່ຢຸດຢັ້ງ. ອັງແກນໄດ້ສືບຕໍ່ເປັນຜູ້ນຳພາ ແລະ ທີ່ປືກສາຂອງນັກສັງຄົມນິຍົມເອີຣົບຜູ້ດຽວ. ພາຍຫຼັງທີ່ມາກໄດ້ເຖິງແກ່ກຳ. ທັງນັກສັງຄົມນິຍົມເຢຍລະມັນ ເຊິ່ງທັງໆທີ່ມີການຕິດຕາມຂອງລັດຖະບານແຕ່ກຳລັງຂອງເຂົາເພີ່ມທະວີຂື້ນຢ່າງບໍ່ຢຸດຢັ້ງ ແລະ ວ່ອງໄວ, ທັງຕົວແທນຂອງປະເທດຫຼ້າຫຼັງເຊັ່ນ: ຊາວແອັສປາຍ, ລູມານີ, ລັດເຊຍ… ທີ່ຕ້ອງໄດ້ຄົ້ນຄິດຊັ່ງຊາເບິ່ງບາດກ້າວທຳອິດຂອງຕົນນັ້ນ ກໍໄດ້ມາຂໍຄຳຊີ້ນຳ ແລະ ແນະນຳ ນຳອັງແກນ. ພວກເຂົາທັງໝົດກໍ່ໄດ້ຮັບຄຳຕອບຢ່າງຈະແຈ້ງ ຈາກຄັງສາງອັນຮັ່ງມີແຫ່ງຄວາມຮູ້ ແລະ ບົດຮຽນຂອງພໍ່ເຖົ້າອັງແກນ.
ມາກ ແລະ ອັງແກນ ຮູ້ພາສາລັດເຊຍ ແລະ ອ່ານປື້ມເປັນພາສາລັດເຊຍໄດ້ຄວາມສົນໃຈກ່ຽວກັບປະເທດລັດເຊຍຫຼາຍທີ່ສຸດຕິດຕາມດ້ວຍຄວາມຈົດຈໍນຳຂະບວນການປະຕິວັດຂອງລັດເຊຍ ແລະ ໄດ້ສ້າງສາຍພົວພັນກັບນັກປະຕິວັດລັດເຊຍ. ໝົດທັງສອງຄົນໄດ້ກາຍເປັນນັກສັງຄົມນິຍົມຈາກການເປັນນັກປະຊາທິປະໄຕ ແລະ ຄວາມຮູ້ສຶກແບບປະຊາທິປະໄຕໄດ້ສ້າງຄວາມກຽດຊັງແຮງເປັນພິເສດຕໍ່ຄວາມລຳພັງໃຈທາງດ້ານການເມືອງ. ຄວາມຮູ້ສຶກທາງດ້ານການເມືອງໂດຍກົງ ບວກກັບຄວາມເຂົ້າໃຈທາງດ້ານທິດສະດີອັນເລິກເຊິ່ງ ກ່ຽວກັບສາຍກ່ຽວພັນລະຫວ່າງຄວາມລຳພັງໃຈທາງດ້ານການເມືອງກັບຄວາມກົດຂີ່ທາງດ້ານເສດຖະກິດ ກໍຄືບົດຮຽນຊີວິດອັນຮັ່ງມີ ໄດ້ເຮັດໃຫ້ມາກ ແລະ ອັງແກນໄດ້ກາຍເປັນຜູ້ມີຄວາມພາກພູມໃຈເປັນພິເສດ. ໂດຍສະເພາະແມ່ນໃນດ້ານການເມືອງ. ດ້ວຍເຫດນັ້ນການຕໍ່ສູ້ແບບວິລະຊົນຂອງນັກປະຕິວັດລັດເຊຍຈຳນວນໜ້ອຍໆກັບລັດຖະບານເຈົ້າຊາທີ່ເຂັ້ມແຂງ ຈຶ່ງຖືກກະຕຸກຊຸກຍູ້ແຮງທີ່ສຸດຕໍ່ດວງໃຈຂອງນັກປະຕິວັດ ທີ່ໄດ້ຜ່ານການທົດສອບເຫຼົ່ານີ້…. ນັກປະຕິວັດລັດເຊຍໄດ້ສູນເຊຍເພື່ອນຜູ້ທີ່ດີເດັ່ນຂອງຕົນຄືອັງແກນ.
ພວກເຮົາຈະຊົງຈຳຕະຫຼອດກາລະນານເຖິງ ຟຣິດຣິກ ອັງແກນ ນັກຕໍ່ສູ້ ແລະ ຄູສອນຜູ້ຍິ່ງໃຫຍ່ຂອງຊາວກຳມາຊີບ!
.......
ຄັດຈາກປື້ມ: ເລນິນ ກ່ຽວກັບລັດທິມາກ ໜ້າ 33-47, ສຳນັກຂ່າວສານ ໂນໂວສະຕີ, ມົດສະກູ 1988

วันศุกร์ที่ 26 มีนาคม พ.ศ. 2564

พีระมิดระบบทุนนิยม

พีระมิดระบบทุนนิยม




พีระมิดระบบทุนนิยม (อังกฤษ: Pyramid of Capitalist System) คือชื่อเรียกทั่วไปของภาพวาดการ์ตูนจากสหรัฐอเมริกาในปี พ.ศ. 2454 ที่ล้อเลียนและเสียดสีข้อวิจารณ์ถึงระบบทุนนิยม โดยอ้างอิงจากต้นฉบับที่เป็นภาพวาดบนใบปลิวจากรัสเซียราวปี พ.ศ. 2443 ภาพวาดดังกล่าวมุ่งประเด็นไปที่การจัดช่วงชั้นทางสังคมออกเป็นชนชั้นต่าง ๆ และความเหลื่อมล้ำทางเศรษฐกิจซึ่งภาพวาดชิ้นนี้ถูกขนานนามว่า "โด่งดัง"และ "เป็นที่รู้จักและถูกทำซ้ำอย่างแพร่หลาย"ก่อให้เกิดภาพวาดอื่น ๆ ที่อ้างอิงภาพวาดนี้ตามมาอีกหลายชิ้นงาน

ภาพวาดดังกล่าวถูกตีพิมพ์ในหนังสือพิมพ์ อินดัสเตรียลเวิร์กเคอร์ (Industrial Worker) โดยบริษัท อินเทอร์เนชันแนลพบลิชชิง จำกัด ในคลีฟแลนด์ รัฐโอไฮโอ สหรัฐอเมริกา ซึ่งเป็นหนังสือพิมพ์ขององค์การแรงงานอุตสาหกรรมสากล (Industrial Workers of the World) วาดโดย "เนเดลยอโควิช บรัสซิช และคูฮาริช"

โดยภาพแสดงให้เห็นถึง "พีระมิดทางสังคม" หรือลำดับชั้นทางสังคมโดยแท้ ที่ซึ่งผู้ร่ำรวยมั่งคั่งอันเป็นชนส่วนน้อยอยู่ชั้นบนสุดในขณะที่ผู้ยากไร้อันเป็นชนส่วนมากอยู่ชั้นล่างสุด ด้านบนสุดของยอดพีระมิดคือถุงเงินอันเป็นตัวแทนของระบบทุนนิยม ถัดลงมาคือชั้นของเจ้านายเชื้อพระวงศ์และบรรดาผู้นำของรัฐที่กล่าวว่า 
"เราปกครองท่าน" (We rule you) ถัดมาอีกคือชั้นของนักบวชที่กล่าวว่า 
"เราหลอกลวงท่าน" (We fool you) ตามมาด้วยชั้นของบรรดานายทหารที่กล่าวว่า 
"เรายิงไปที่ท่าน" (We shoot at you) และชั้นของบรรดากระฎุมพีที่กล่าวว่า 
"เรารับประทานแทนท่าน"(We eat for you) ส่วนชั้นล่างสุดของพีระมิดคือชั้นของบรรดากรรมากรซึ่งกล่าว่า 
"เราทำงานให้ทุกคน... เราหล่อเลี้ยงทุกคน" (We work for all... We feed all)



ภาพวาดนี้อ้างอิงมาจากต้นฉบับที่เป็นภาพล้อเลียนลำดับชั้นทางสังคมในจักรวรรดิรัสเซียของสหภาพนักสังคมนิยมรัสเซีย ซึ่งวาดโดยบุคคลนิรนามราวปี พ.ศ. 2443 โดยภาพต้นฉบับแสดงให้เห็นถึงชนชั้นกรรมกรที่แบกรับพีระมิดไว้บนหลังของพวกเขาพร้อมกับโคลงบนหนึ่งว่า "กาลเวลาจะเวียนมาถึงเมื่อฝูงชนผู้โกรธแค้นจะผายหลังอันคดงอให้ตรงขึ้นและพังโครงสร้างพีระมิดทั้งหมดลงด้วยแรงผลักอันทรงพลังจากไหล่ของพวกเขาเอง" ทั้งนี้ความแตกต่างที่เห็นได้ชัดเจนระหว่างภาพวาดต้นฉบับรัสเซียปี พ.ศ. 2443 และภาพวาดอ้างอิงฉบับอเมริกันปี พ.ศ. 2454 คือการแทนที่นกอินทรีสีดำของรัสเซียที่อยู่ด้านบนสุดด้วยถุงเงิน แทนที่พระเจ้าซาร์และพระจักรพรรดินีรัสเซียด้วยตัวแทนของผู้นำรูปแบบทั่วไป 3 บุคคล (พระมหากษัตริย์และผู้นำของรัฐในชุดสูทสองคน) แทนที่นักบวชในนิกายออร์โธดอกซ์รัสเซีย 2 ท่านด้วยพระคาร์ดินัลในนิกายโรมันคาทอลิกและบาทหลวงในนิกายโปรเตสแตนต์ และแทนที่กองทหารรัสเซียด้วยนายทหารกลุ่มที่มีรูปแบบทั่วไปมากขึ้น ส่วนเหล่ากรรมกรไม่ได้วาดให้ลำตัวคดงอเท่าต้นฉบับและไม่มีโคลงปลุกใจประกอบในภาพ ทั้งนี้ภาพทั้งสองปรากฏมีรูปของเด็กชนชั้นกรรมากรผู้นอนหงายอยู่บนพื้นอันเป็นสัญลักษณ์แสดงถึงชะตากรรมอันเลวร้ายที่ชนชั้นล่างต้องเผชิญ อีกหนึ่งองค์ประกอบของภาพที่มีร่วมกันก็คือธงสีแดงที่คนในชนชั้นล่างชูขึ้นมา เป็นสัญลักษณ์แสดงถึงการถือกำเนิดขึ้นของขบวนการสังคมนิยม

ข้อความหลัก ๆ ที่ภาพนี้ต้องการจะสื่อถึงคือบทวิจารณ์ต่อระบบทุนนิยมที่มีลำดับชั้นของอำนาจและความร่ำรวยมั่งคั่ง นอกจากนี้ภาพยังแสดงให้เห็นว่าชนชั้นล่างหรือกรรมกรคือผู้ที่ค้ำจุนผู้คนในทุกชนชั้นของสังคม หากขาดเสียงสนับสนุนจากคนกลุ่มนี้ก็จะส่งผลให้ระบบทุนนิยมหรือระเบียบสังคมในปัจจุบันพังทลายลงอย่างสิ้นเชิง ซึ่งข้อวิจารณ์เช่นนี้เป็นแนวคิดของนักสังคมนิยมชาวฝรั่งเศส หลุยส์ บล็องก์

วันอังคารที่ 19 มกราคม พ.ศ. 2564

ຊົມເຊີຍ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ຢ່າງສຸດໃຈ

ຊົມເຊີຍ ວັນສ້າງຕັ້ງ ກອງທັບ ປະຊາຊົນລາວ ຄົບຮອບ 72 ປີ ຢ່າງສຸດໃຈ.  
★★★★★★★★★★★★★★★★★★★★
★ປະຫວັດການກຳເນີດກອງທັບປະຊາຊົນລາວ★
★★★★★★★★★★★★★★★★★★★★
≠≈» ມື້ນີ້ເປັນ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 71 ປີ (20 ມັງກອນ 1949- 20 ມັງກອນ 2021).
✨ ສະນັ້ນ, ມື້ນີ້ຈຶ່ງໄດ້ ນຳເອົາມູນເຊື້ອແຫ່ງ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວ ຂອງກອງທັບ ປະຊາຊົນລາວ ມາທົບທວນຮ່ວມ ກັນອີກເທື່ອໜຶ່ງ.
ການຕໍ່ສູ້ຂອງປະຊາຊົນລາວ ບັນດາເຜົ່າເພື່ອຍາດເອົາ ຄວາມເປັນເອກະລາດ ຈາກຈັກກະພັດ ຜູ້ຮຸກຮານນັ້ນ ໄດ້ມີມູນເຊື້ອມາແຕ່ດົນນານ, ແຕ່ຍ້ອນຫຼາຍປັດໄຈ ແລະ ເງື່ອນໄຂທີ່ບໍ່ອຳນວຍ ຈຶ່ງເຮັດໃຫ້ການຕໍ່ສູ້ ເຫຼົ່ານັ້ນບໍ່ໄດ້ຮັບຜົນ ສຳເລັດ ແລະ ສິ່ງສຳຄັນປະກອບ ໃນນັ້ນກໍແມ່ນຍັງ ບໍ່ທັນມີກອງທັບປະຕິວັດ. ເມື່ອເບິ່ງຄືນຫຼັງ ໃນສະໄໝສັກດີນາປົກຄອງ, ຮອດສະໄໝລັດທິລ່າເມືອງຂຶ້ນ ແບບເກົ່າມາຮຸກຮານລາວ ກໍມີຂະບວນການຕໍ່ສູ້ ຂອງປະຊາຊົນລາວ ເກີດຂຶ້ນຕໍ່ເນື່ອງ ເປັນຕົ້ນແມ່ນ:
 💥 ການ ຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນອູເໜືອ, ອູໃຕ້ ພາຍໃຕ້ການນຳພາ ຂອງເຈົ້າວັນນະພຸມ (ໃນໄລຍະປີ 1899-1901).
💥 ການຕໍ່ສູ້ຂອງເຜົ່າຕ່າງໆ ຢູ່ແຂວງສະຫວັນນະເຂດ, ພາຍໃຕ້ການນຳພາ ຂອງພໍ່ກະດວດ (ໃນໄລຍະປີ 1901-1902).
💥 ການຕໍ່ສູ້ຂອງປະຊາຊົນ ບັນດາເຜົ່າຢູ່ດົງບໍລະເວນ ເຂດພາກໃຕ້, ພາຍໃຕ້ການນຳພາ ຂອງອົງແກ້ວ, ອົງກົມມະດຳ (ໃນໄລຍະປີ 1901-1937).
ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນ ແຂວງຫົວພັນ (ໄລຍະປີ 1914-1916).
💥 ການຕໍ່ສູ້ຂອງເຜົ່າລື້ ຢູ່ເມືອງສິງ (ໄລຍະປີ 1914-1918).
💥 ການຕໍ່ສູ້ດ້ວຍອາວຸດ ຂອງປະຊາຊົນຜົ້ງສາລີ, ພາຍໃຕ້ການນຳພາ ຂອງອົງແສນ (ໄລຍະປີ 1915-1927);
💥 ການຕໍ່ສູ້ດ້ວຍອາວຸດ ຂອງເຜົ່າມົ້ງ ຢູ່ພາກເໜືອຂອງລາວ, ພາຍໃຕ້ ການນຳພາ ຂອງເຈົ້າຟ້າປັດໄຈ (ໄລຍະປີ 1918-19 22).
💥  ການຕໍ່ສູ້ຂອງນາຍຄູຄຳ ຢູ່ ວຽງຈັນ (ປີ1920).
ແຕ່ວ່າບັນດາຂະບວນການ ຕໍ່ສູ້ເຫຼົ່ານັ້ນ ບໍ່ໄປເຖິງໄຊຊະນະ ສົມບູນຍ້ອນວ່າ ບໍ່ທັນມີພັກມາກ-ເລນິນນຳພາ, ບໍ່ທັນມີແນວທາງ ທີ່ຖືກຕ້ອງ ແລະ ບໍ່ທັນມີກຳລັງປະກອບ ອາວຸດປະຕິວັດ.
💥 ປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນ ໂດຍແມ່ນປະທານ ໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ, ໄດ້ກາຍເປັນຂີດໝາຍ ແຫ່ງບາດລ້ຽວ ຂອງການປະຕິວັດໃນ 3 ປະເທດ ອິນດູຈີນ. ນັບແຕ່ນັ້ນພັກ ໄດ້ມີແນວທາງ, ມີຈຸດໝາຍ ແລະ ວິທີການອັນ ຖືກຕ້ອງ ຈຶ່ງເຮັດໃຫ້ຂະບວນການ ປະຕິວັດຂະຫຍາຍຕົວ ຂຶ້ນດ້ວຍຄຸນນະພາບໃໝ່.
💥 ໃນບັ້ນຮົບ ວັນທີ 21 ມີນາ 1946 ຢູ່ທ່າແຂກ, ສະເດັດ ສຸພານຸວົງ ໄດ້ເປັນຜູ້ບັນຊາໂດຍກົງ ເພື່ອຕ້ານກັບ ພວກລ່າເມືອງຂຶ້ນຝຣັ່ງ ທີ່ເຂົ້າມາຮຸກຮານ ລາວເທື່ອທີ 2. ພາຍຫຼັງລັດຖະບານ ລາວອິດສະຫຼະ ໄດ້ອົບພະຍົບໄປ ຢູ່ປະເທດເພື່ອນບ້ານ ດ້ານ ຕາເວັນຕົກ, ຈຳນວນໜຶ່ງໄດ້ຍອມ ຈຳນົນໃຫ້ຝຣັ່ງ, ແຕ່ສະເດັດ ສຸພານຸວົງ ແລະ ຜູ້ນຳຮັກຊາດຄົນອື່ນໆ ຊ້ຳພັດເດັດຂາດບໍ່ຍອມຈຳນົນ. ຈາກນັ້ນກໍ່ໄດ້ກັບຄືນ ປະເທດ ເພື່ອສືບຕໍ່ປັບປຸງກຳລັງ.
💥 ໃນໄລຍະປີ 1947-1948 ກຳລັງຮາກຖານການເມືອງ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ, ກອງກຳລັງປະກອບອາວຸດທ້ອງ ຖິ່ນຕ່າງໆຢູ່ເຂດໃຕ້, ກາງ ແລະ ເໜືອ ຂອງປະເທດເຮົາ ໄດ້ປະກົດຕົວຂຶ້ນຢ່າງຕໍ່ເນື່ອງ, ອັນເປັນການສ້າງທ່າ ແລະ ກຳລັງແຮງໃຫ້ ແກ່ການຕໍ່ສູ້ແບບກອງຫຼອນ ແລະ ການປະສານສົມທົບ ກັບທະຫານອາສາໝັກ ຫວຽດນາມ ຍາດເອົາໄຊຊະນະ ເປັນຂັ້ນໆມາ. ດ້ວຍທ່າຂະຫຍາຍຕົວ ໃນການຕໍ່ສູ້ມີຫຼາຍທ້ອງຖິ່ນ ໄດ້ຈັດຕັ້ງກຳລັງ ປະກອບອາວຸດ ໃນລະດັບກອງຮ້ອຍຂຶ້ນ ຄື: ກອງປັດໄຈຢູ່ແຂວງຊຽງຂວາງ, ກອງຟ້າງຸ່ມ ຢູ່ແຂວງວຽງຈັນ, ກອງໄຊເສດຖາ ຢູ່ພາກກາງ ແລະ ກອງໄຊຈັກກະພັດ ຢູ່ພາກໃຕ້.
ໂດຍປະຕິບັດຕາມ ມະຕິຕົກລົງຂອງສູນກາງ ພັກກອມມູນິດອິນດູຈີນ.
💥 ໃນວັນທີ  20  ມັງກອນ 1949 ກອງທະ ຫານປະຕິວັດ “ກອງລາດຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການ ຢູ່ເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ນັບແຕ່ນັ້ນເປັນ ຕົ້ນມາ, ວັນທີ 20 ມັງກອນ 1949 ໄດ້ກາຍເປັນວັນ ປະຫວັດສາດ ໃນການສ້າງຕັ້ງ ກອງທັບປະຕິວັດ ຂອງປະຊາຊົນລາວ ບັນດາເຜົ່າຢ່າງ ເປັນທາງ ການ ເຊິ່ງຖືເປັນບາດກ້າວ ກະໂດດທີ່ສຳຄັນ ໃນພາລະກິດຕໍ່ສູ້ ການຮຸກຮານກໍ່ຄື ໃນການຂະຫຍາຍ ໄຊຊະນະຂອງກຳລັງ ປະກອບອາວຸດປະຊາຊົນລາວເຮົາ.
Cr:ບົດຄວາມ:ນັກຮົບໃຈກ້າ Nak Hop Jai Ka

วันจันทร์ที่ 4 มกราคม พ.ศ. 2564

ສົງຄາມໂລກຄັ້ງທີ II ( World War II ຫລື WW II)

ສົງຄາມໂລກຄັ້ງທີ II ( World War II  ຫລື WW II)  ເປັນສົງຄາມທີ່ກວ້າງໃຫ່ຍ ແລະກວມທັງໂລກ ເຊິ່ງກິນເວລາ ຕັ້ງແຕ່ປີ 1939-1945 ປະເທດສວ່ນໃຫ່ຍໃນໂລກມີສວ່ນກ່ຽວຂອ້ງ ແລະໄດ້ແບ່ງອອກ ເປັນສອງຝ່າຍຄື: ຝ່າຍສຳພັນທະມິດມີ ປະເທດຕ່າງໆທີ່ຖືກຮຸກຮານກອ່ນເຊັ່ນ  ຝະລັ່ງ ອັງກິດ ລັດເຊຍ ແລະສະຫະລັດອາເມລິກາ, ແລະຝ່າຍອັກສະ Axis Powers ມີ  ພັກນາຊີເຍຽລະມັນນຳໂດຍຮີດເລີ (Adolf Hitler)  ອີຕະລີ ແລະຍີ່ປຸ່ນ. ເປັນສົງຄາມທີ່ໃຊ້ທະຫານ 100 ລ້ານຄົນຈາກ 30ປະເທດທີ່ເຂົ້າຮວ່ມໂດຍກົງ. ສາເຫດຕົ້ນໆແມ່ນຜົນມາຈາກ ສົນທິສັນຍາແວຊາຍ ( Versailles ຄືເຍຍລະມັນຕອ້ງຮັບຜິດຊອບ ຜົນເສຍຫາຍຈາກສົງຄາມໂລກຄັ້ງທີ່ນຶ່ງ ເພາະເປັນຜູ້ກໍ່ສົງຄາມ ຖືກປົດອາວຸດ ເສຍດິນແດນ ລວມຕອ້ງຮັບໃຊ້ຫນີ້ສົງຄາມໃຫ້ແກ່ປະເທດພາຄີ (ຝະລັ່ງ ອັງກິດ ແລະ ລັດເຊຍ)ເປັນຈຳນວນເງິນ 31,400 ລ້ານດອນລາ ເຊິ່ງຈະຕອ້ງໃຊ້ຫຫນີ້ຈົນຮອດ 1988 ( 92 ປີ)). ເຍຽລະມັນບໍ່ຍອມຮັບແລະ ບໍ່ປະຕິບັດຕາມສົນທິສັນຍາແວຊາຍ  ໂດຍເລີ້ມຕົ້ນເຂົ້າຮຸກຮານ ໂປແລນ (Poland) ໃນວັນທີ 1 ກັນຍາ 1936 ເພື່ອຫວັງຈະຢາກໄດ້ດິນແດນຄືນ  ເຊິ່ງຕອນນັ້ນມີ ອັງກິດ ( Uni ted Kingdom) ແລະ ຝະລັ່ງ( France) ປົກຄອງໂປແລນຢູ່ ຈຶ່ງປະກາດສົງຄາມກັນ ,ຮອດປີ 1941ເຍຽລະມັນສາມາດຄວບຄຸມທະວີບ ເອີຮົບ ໄດ້ເປັນສວ່ນໃຫ່ຍ ແລະໄດ້ຕັ້ງພັນທະມິດອັກສະ ຄື ຍີ່ປຸ່ນແລະອີຕະລີ , ເຊິ່ງພັນທະມິດອັກສະ ກໍຂະຫຍາຍອຳນາດໂດຍເຂົ້າປຸກໂຈມຕີແບບຍືດເຍື້ອ  ເພາະຝ່າຍອັກສະ ຕອ້ງການຈະເປັນເຈົ້າໂລກ.  ໃນປີ 1941 ເຍຍລະມັນປຸກໂຈມຕີ ລັດເຊຍ ແບບສົງຄາມພາກພື້ນດິນໃຫ່ຍທີ່ສຸດໃນປະຫວັດສາດ ມັນໄດ້ເຮັດໃຫ້ເຍຽລະມັນເສຍກຳລັງ ທະຫານຫລາຍແລະອ່ອນເພຍລົງ, ສວ່ນຍີ່ປຸນກໍເຂົ້າບຸກໂຈມຕີ ຈີນ ປະເທດອານານິຄົມຂອງເອີໂຣບ ໃນເອເຊຍ ແລະ ສະຫະລັດອາເມລິກາ ໄດ້ຮັບໄຊຊະນະຕອນຕົ້ນ ແຕ່ມາເສຍໄຊໃຫ້ສະຫະລັດອາເມລິກາ ໃນປີ 1942  ຕອນທີ່ເຂົ້າບຸກເກາະຮາວາຍ, ແລະຕໍ່ມາເຍຽລະມັນ ກໍມາ ເສຍໄຊໃຫ້ ລັດເຊຍ ທີ່ສະຕາລິນກາດ ໃນປີ 1943 ການເສຍໄຊຫລາຍແຫ່ງ ເຮັດໃຫ້ຝ່າຍອັກສະຍຸດ ໂຈມຕີ. ຈາກນັ້ນ ຝ່າຍສຳພັນທະມິດ ປຸກຕີປະເທດອີຕາລີ ( ອີຕະລີ ຍອມຈຳນົນ),  ໃນປີ 1944 ລັດເຊຍໄດ້ປຸກຕີຍຶດຄອງ ປະເທດເຍຽລະມັນແລະຍຶດດິນແດນທີ່ເສຍໄປຄືນ ສວ່ນຍີ່ປຸນກໍເສຍໄຊໃນທະວີບ ເອເຊຍທາງພາກກາງແລະພາກໃຕ້ຂອງຈີນແລະພະມ້າ.
ສົງຄາມໃນເອີຣົບໄດ້ຍຸດຕິລັງຫລັງຈາກກອງທັງແດງເຂົ້າຍຶດເມືອງເບີລີນ  ເຍຍລະມັນຕອ້ງຍອມຈຳນົນ ຢ່າງບໍ່ມີເງື່ອນໄຂ ໃນວັນທີ 8 ສິງຫາ 1945, ສວ່ນຍີ່ປຸ່ນບໍ່ຍອມຈຳນົນຈົນມີການຖິ້ມລະເບີດ ນິວເຄຍສອງລູກທີ່ ຮິໂຣຊິມາ ນາກາຊາກິ ແລະກຽວໂຕ ຈຶ່ງນຳໄປສູ່ການຍອມຈຳນົນຢ່າງເປັນ ທາງການໃນວັນທີ 2 ທັນວາ 1945. ຝ່າຍສຳພັນທະມິດ ເປັນຝ່າຍ ໄດ້ຮັບໄຊຊະນະ.
ຜົນໄດ້ຮັບຈາກສົງຄາມໄດ້ປ່ຽນແປງແນວທາງການເມືອງແລະແນວທາງຂອງໂລກ, ໄດ້ເກີດມີ ສະຫະປະຊາຊາດເພືອ່ສົ່ງເສີມການຣວ່ມມືແລະປອ້ງກັນຄວາມຂັດແຍ້ງ, ລັດເຊຍແລະອາເມລິກາກາຍ ເປັນສອງປະເທດມະຫາອຳນາດໃນໂລກແລະກາຍເປັນຄູ່ປໍລະປັກກັນ,ເຊິ່ງເຫັນໄດ້ ໃນສົງຄາມເຢັນ ໃນເຍຽລະມັນ.ແລະໃນທະວີບອາຊີແລະທະວີບອາຟິກກາກໍມີການຣຽກຮອ້ງເອກກະລາດ ຂອງຕົນ ພອ້ມໆກັນຫລາຍປະເທດກໍຣີບຮອ້ນຟື້ນຟູເສດຖະກິດແລະບູລະນະທາງດາ້ນການເມືອງ ເພື່ອຮັກສາສະຖຽນລະພາບຄວາມສຳພັນຫລັງສົງຄາມ.
ສົງຄາມໂລກຄັ້ງທີສອງເປັນສົງຄາມເກີດໃຫ້ມີການຮວ່ມມືຢ່າງບໍ່ເຄີຍມີມາກອ່ນ ເພື່ອລະດົມຄົນເຂົ້າມາ ເຮັດປະຫັດປະຫານກັນ ເຊິ່ງປະຊາຊົນກໍມີສວ່ນເຂົ້າມາຮວ່ມຢ່າງປະຕິເສດບໍ່ໄດ້. ໄດ້ສ້າງຜົນເສຍຫາຍຢ່າງ ໃຫ່ຍຫລວງ ເຊິ່ງໃນຊວ່ງສົງຄາມ ພັກນາຊີເຍຍລະມັນ ຍັງມີການ ຕໍ່ຕ້ານຊາວຢິວ ເຮັດໃຫ້ຊາວຢິວຕອ້ງ ເສຍຊີວິດຢ່າງຫລວງຫລາຍ.ຈາກການປະເມີນ ຊວ່ງສົງຄາມມີຄົນເສຍຊີວິດປະມານ 50-85 ລ້ານຄົນ ຖືໄດ້ວ່າ ເປັນສົງຄາມທີ່ໃຫ່ຍໃນປະຫວັດຜ່ານມາ.

ຂໍຂອບໃຈຂໍ້ມູນຈາກ: Wikipedia

วันพุธที่ 27 มีนาคม พ.ศ. 2562

ປະຫວັດຂອງແຂວງຄຳມ່ວນ

ການ​ກຳ​ເນີດ​ຂອງແຂວງ ​ຄຳ​ມ່ວນ​ໂດຍ​ສັງ​ເຂບ :

ພະທາດສີໂຄດຕະບອງ ຫຼື ສີ​ໂຄດ​ຕະ​ບູນ ຕັ້ງຢູ່ເທສະບານເມືອງທ່າແຂກ (ປະ​ຈຸ​ບັນ) ເປັນ​ພະ​ທາດ​ທີ່​ສ້າງ​ຂື້ນສະໄໝອານາຈັກສີໂຄດຕະບອງ ໃນ​ສັດ​ຕະ​ວັດ VI ສະໄໝ ພຣະເຈົ້າສຸມິນທະຣາດເພື່ອສະເຫຼີມສະຫຼອງພຣະກຽດພຣະຍາສີໂຄດຕະບອງໂດຍສ້າງອຸບມົງ(ພຮະທາດສີໂຄດຕະບອງ)ກວມຮອຍພຮະບາດ(ຮອຍຕີນ)ຂອງພຮະພຸດທະເຈົ້າ ຄັ້ງຍັງມີພຮະງົບຫູ່, ພຮະອົງໄດ້ສະເດັດມາຈາກພູກໍາພ້າມາປະທັບຢູ່ທີ່ນີ້ກ່ອນສະເດັດໄປພັກຜ່ອນຢູ່ຕົ້ນຮັງ ແລະ ໄດ້ເອົາພຣະສາຮິຄະທາດຂອງພຣະຍາສີໂຄດຕະບອງບັນຈຸໄວ້ໃນອົງພຣະທາດ(ປະຫວັດສາດແຂວງຄໍາມ່ວນ2015ໜ້າ14);.


ຜ່ານຂະບວນວິວັດແຫ່ງປົກຄອງຂອງບັນດາພຣະຍາຢູ່ບັນດານະຄອນຕ່າງໆ ທີ່ປະກົດໃນ​ຕຳນານ ແລະ ການຄົ້ນພົບຂອງນັກບູຮານຄະດີຢູ່ ເຂດບ້ານໜອງເຮືອທອງ ແຄມຝັ່ງເຊບັ້ງໄຟພົບເຫັນຫລັກຖານ: ເສົາຫີນເປັນຮູບສີວະລິງຄະປະເພດ 8 ຫຼ່ຽມຈໍານວນ 3 ເສົາ, ຫີນແກະສະຫຼັກຮູບສາມຫຼ່ຽມ, ຂ້າງໃນເປັນຮູບບູຊາໃນສາສະໜາພາມສະໄໝຕົ້ນສີໂຄດຕະບອງ, ຮ່ອງຮອຍກະຕຶບພົບເຫັນຫີນສາມຊະນິດຄື : ຫີນຕັດ, ດິນຈີ່ ແລະ ຫີນເຂົ້າຈີ່ຢ່າງຫຼວງຫຼາຍ, ໝໍ້ໃສ່ກະດູກ ແລະ ເຄື່ອງໃຊ້ຄົນບູຮານຈໍານວນໜຶ່ງ,ໜອງເຮືອທອງທີ່ຄົນທ້ອງຖິ່ນເຊື່ອວ່າເປັນໜອງສັກສິດ, ສະນັ້ນນັກຄົ້ນຄ້ວາທັງຫລາຍຈື່ງສັນນິຖານວ່າ: ເປັນເຂດໃຈກາງຂອງອານາຈັກສີໂຄດຕະບອງທີ່ເປັນໜື່ງໃນ 9 ອາ​ນາ​ຈັກຢູ່ສຸວັນນະພູມແຫ່ງນີ້​ຄື:

1. ອາ​ນາ​ຈັກ​ທະ​ວາ​ຣ​ະວະ​ດີ(ພວກມອນ)

2. ​ ອາ​ນາ​ຈັກ​ຫະ​ຣິ​ພູ​ນໄຊ(ເຂດ​ລຳ​ພູມ​ພວກມອນ)

3. ອາ​ນາ​ຈັກ​ທະ​ຕອນ(ພວກມອນ)

4. ອາ​ນາ​ຈັກ​ໂຄດ​ຕະ​ບູນ(ລາວ-ເຈນ​ລະ​ບົກ)

5. ອາ​ນາ​ຈັກ​ເຈນ​ລະ​ນ້ຳ(ຂອມ)

6. ອາ​ນາ​ຈັກ​ຈາມ​ປາ(ພວກ​ຈາມ)

7. ອາ​ນາ​ຈັກ​ດາຍ​ຫວຽດ(ຫວຽດ​ນາມ)

8. ອານາຈັກ​ປິວ ຫຼື ປະ​ຢູ (ມຽນ​ມາ) ແລະ

9. ອາ​ນາ​ຈັກ​ສີ​ວິ​ໄຊ (ຈັງ​ຫວັດສະ​ຕູນ​ພາກ​ໄຕ້​ຂອງໄທ)

ສຳ​ລັບ​ອາ​ນານ​ຈັກ​ສີ​ໂຄດ​ຕະ​ບອງ ຫຼື ສີ​ໂຄດ​ຕະ​ບູນ​ ມີ​ຄວາມ​ໝາຍ​ວ່າ: “ເມືອງ​ຕາ​ເວັນ​ອອກ” ຕັ້ງ​ຢູ່​ທິດ​ຕາ​ເວັນ​ອອກ​ຂອງ​ອາ​ນາ​ຈັກ​ທະ​ຣະ​ວະ​ດີ ມີ​ຂອບ​ເຂດ​ແຕ່​ນະ​ຄອນ​ລາ​ຊະ​ສີ​ມາ​ກວມ​ເອົາ​ພາກ​ອີ​ສານ​ຂອງ​ໄທ ແລະ ປະ​ເທດ​ລາວ​ແຕ່​ວຽງ​ຈັນ​ເຖີງ​ນະ​ຄອນ​ຈຳ​ປາ​ສັກ, ຕາມ​ນິ​ທານ​ອຸ​ຣັງ​ຄະ​ທາດ ອາ​ນາ​ຈັກ​ສີ​ໂຄດ​ຕະ​ບອງ​ມີເຈັດ​ແຄ້ວນ​ຂື້ນ​ກັບ​ຄື:

1. ແຄ້ວນ​ອິນ​ທະ​ປັດ​ຖາ​ນະ​ຄອນ ຢູ່​ທິດ​ໄຕ້​ອາ​ນາ​ຈັກ​ສີ​ໂຄດ​ຕະ​ບອງ​ເປັນ​ແຄ້ວນ​ທີ່​ຮຸ່ງ​ເຮືອງ​ຂອງ​​ສະ​ໄໝຂອມບູຮານ

2. ແຄວ້ນ​ພົມ​ມະ​ທັດ ທິດ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຂອງ​ບໍ​ລິ​ເວນ​ນ້້ຳ​ຊີ​ຕົກ​ໃສ່​ນ້ຳ​ມູນ(ພາກ​ອີ​ສານ​ໄທ)

3. ແຄ້ວນ​ໜອງ​ຫານ​ຫລວງ ຕັ້ງ​ຢູ່​ທິດ​ເໜຶອ​ຂອງ​ເມືອງ​ສາ​ກົນ​ນະ​ຄອນ​ (ປະ​ເທດ​ໄທ) ໃນ​ລາ​ຊະ​ການ​ເຈົ້າ​ສຸ​ວັນ​ນະ​ເພັງ​ຄານ​ໄດ້​ສ້າງ​ພ​ຣະ​ທາດ​ເຊີງ​ຊຸມ ແລະ ພ​ຣະ​ທາດ​ນາ​ຣາຍ​ເຈງ​ເວງ,

4. ແຄ້ວນ​ໜອງ​ຫານ​ນ້ອຍ ເຂດ​ເມືອງວາ​ປີ​ຈັງຫວັດ​ອຸ​ດອນ(ປະ​ເທດ​ໄທ)

5. ແຄ້ວນ​ແກ່ວ​ປະ​ກັນ ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ແຄ້ວນ​ພວນ​ຊຽງ​ຂວາງ,

6. ແຄ້ວນ​ສາ​ເກດ​ນະ​ຄອນ (ເມືອງ​ຮ້ອຍ​ເອັດ​ປະ​ຕູ)ຈັງ​ຫວັດ​ຮ້ອຍ​ເອັດ ແລະ ຈັງ​ຫວັດ​ມະ​ຫາ​ສາ​ນະ​ຄາມ(ປະ​ເທດ​ໄທ)

7. ແຄ້ວນ​ກະ​ຮຸນ​ທະ​ນະ​ຄອນ (ພູ​ເຂົາ​ພ​ຣະ​ຍາ​ໄຟ) ເຂດ​ເຊື່ອມ​ຕໍ່​ອາ​ນາ​ຈັກ​ທະ​ວາ​ຣະ​ວະ​ດີ (ຄັດ​ຈາກ​ປື້ມ​ປະ​ຫວັດ​ສາດ 450 ປີ ສ້າງ​ຕັ້ງ​ນະ​ຄອນ​ຫລວງ ວຽງ​ຈັນ)

ໃນຂະນະທີ່ຊົນຊາດມອນ, ຂອມເປັນໃຫຍ່ ແລະ ເຮືອງອໍານາດຢູ່ໃນເຂດ ອານາຈັກສີໂຄດຕະບອງ, ຊົນຊາດລາວ ຫຼື ພວກອ້າຍລາວ ກໍໄດ້ພັດທະນາຕົນເອງ ຢູ່ທາງເມືອງເສສວນໃຫ້ມີຄວາມຈະເລີນຮຸ່ງເຮືອງທຽບເທົ່າກັບຊົນຊາດອື່ນໆໃນຊຸມພູທະວີບ, ນັກປາດທາງປະຫວັດສາດຫຼາຍທ່ານໄດ້ລົງຄວາມເຫັນວ່າ “ ຊົນຊາດລາວເປັນຊາດເກົ່າແກ່ຊາດໜຶ່ງ ທີ່ເກີດມາພ້ອມຊົນຊາດຈີນ. ກ່ອນພຸດທະການ (ກ່ອນ ພສ) ປະມານ 2500 ກວ່າປີມາແລ້ວ ມະນຸດທີ່ເກີດຈາກໃຈກາງຊົມພູທະວີບມີຫຼາຍພວກ ແຕ່ພວກໃຫຍ່ມີ 4 ພວກຄື: ພວກຈີນ, ພວກຕາກ ຫລື ຕາດ, ພວກສະນົງຍູ້ ແລະ ພວກອ້າຍລາວ”


1. ສະໄໝຂຸນບູລົມຣາຊາທິລາດພົງສາວະດານຈີນກ່າວວ່າ : ພິໂລໂກະ ຫຼື ພິລໍໂກະ ຫລືຂຸນບູຣົມ ເປັນກະສັດລາວຜູ້ກ້າຫານທີ່ສຸດ ມີຄວາມຊຳນານໃນການສົງຄາມເປັນພິເສດ ພ້ອມທັງແຜ່ອານາເຂດລາວໜອງແສອອກໄປກ້ວາງໄກທີ່ສຸດ ພຣະອົງໄດ້ຂຶ້ນສະເຫວີຍຣາຊະສົມບັດ ເປັນກະສັດລາວໜອງແສໃນປີ ຄສ727 ກົງກັບພສ 1272 ເມື່ອມີພຣະຊົນມາຍຸໄດ້ 32 ພັນສາ, ເມື່ອຂຶ້ນສະເຫວີຍລາດແລ້ວ ພຣະອົງໄດ້ຫຼິງເຫັນວ່າ: ໃນປະຫວັດສາດຜ່ານມາພວກຈີນ ແລະ ພວກມົງໂກນໄດ້ຍົກທັບມາຮຸກຮານຢູເລື້ອຍໆ ພຣະອົງຈຶ່ງໄດ້ນໍາພາໄຜ່ພົນລົງມາສ້າງເມືອງແຖນ ຫຼື ກາຫຼົງ ທຸກວັນນີ້ເອີ້ນວ່າ: ເມືອງຊຽງຮຸ່ງ.


2. ສະ​ໄໝຂຸນລໍປົກຄອງເມືອງໜອງແສ: ຂຸນ​ລໍໄດ້ຕີຊະນະສົງຄາມກັບຂຸນເຈືອງ ທີ່ເມືອງປະກັນແລ້ວ ກອງທັບຂອງຂຸນລໍໄດ້ຂັບໄລ່ ພວກຂອມລົງໄປຈົນຮອດເມືອງຊວາ(ຫຼວງພຣະບາງ),ຂຸນລໍໄດ້ຕີເອົາເມືອງຊວາຈາກ “ເຈົ້າຂຸນກັນຮາງ” ແລ້ວຕັ້ງເມືອງຊວາຂຶ້ນເປັນຣາຊະທານີ ຂອງປະເທດລ້ານຊ້າງ ຕັ້ງຢູ່ລະຫວ່າງປະເທດມະຫາອໍານາດຄື: ອິນເດຍ ແລະຈີນໃນສະໄໝນັ້ນ, ການຕັ້ງຣາຊະທານີຂອງຂຸນລໍນີ້ ຕໍານານຂຸນບູລົມກ່າວວ່າແມ່ນໃນລະຫວ່າງ ຄສ757ກົງກັບພສ 1300 ແລະ ປ່ຽນຊື່ເມືອງຊວາ ມາເປັນ ເມືອງຊຽງທອງ,ຈາກນັ້ນຊົນຊາດອ້າຍລາວ ໄດ້ຫຼັ່ງໄຫຼລົງມາຕັ້ງ​ຖິ່ນ​ຖານ​ເຮືອນຊານບ້ານຊ່ອງຢູ່ໃນດິນແດນລ້ານຊ້າງ, ຫຍາຍອອກໄປຢ່າງກ້ວາງຂວາງ ແລະ ຕີຂັບໄຫຼ່ພວກຂອມໃຫ້ຖອຍໄປທາງເມືອງນານ ແລະ ທາງວຽງຈັນ, ສ່ວນພວກຂອມທີ່ໜີບໍ່ທັນ ກໍພາກັນແຕກອອກໄປຢູ່ເຂດພູດອຍ ແລະ ຫລົງເຫລືອຢູ່ຈົນຮອດທຸກວັນນີ້, ພວກ​ເຮົາເອີ້ນວ່າ:ຊົນເຜົ່າຂະມຸນັ້ນເອງ;..

ຊົນເຜົ່າອ້າຍລາວ ໄດ້ເຂົ້າມາຕັ້ງບ້ານເມືອງຢູ່ດິນແດນລ້ານຊ້າງ ມີກະສັດສືບຕໍ່ກັນມາຫລາຍຊົ່ວຄົນເອີ້ນວ່າ: ການສືບຕໍ່ສັນຕະຕິວົງໂດຍບໍ່ຂາດສາຍນັບໄດ້ 22ອົງ ຈຶ່ງມາເຖິງສະໄໝເຈົ້າຟ້າງ້ຽວຄິດເປັນເວລານານເຖິງ 500 ກວ່າປີ. ຂຸນຜີຟ້າ ຫຼື ນາມໜຶ່ງບາງຜູກເອີ້ນວ່າ: ເຈົ້າຟ້າງ້ຽວເປັນກະສັດອົງທີ 22 ຂອງການສືບສັນຕະຕິວົງ ເມື່ອພຣະບິດາສະຫັວນນະຄົດແລ້ວ, ເຈົ້າຟ້າງ້ຽວກໍໄດ້ສະເຫວີຍຣາຊສົມບັດແທນ. ເຈົ້າຟ້າງ້ຽວມີຣາຊໂອລົດ ແລະ ຣາຊທິດາຢູ່ 4 ອົງ ເປັນຊາຍ 2 ອົງ, ອົງຫຼ້າມີນາມວ່າເຈົ້າຟ້າງຸ່ມ ອົງທີ່ເປັນປະຖົມກະສັດປະກາດ ໃຫ້ໂລກຮູ້ວ່າ ມີປະເທດລາວລ້ານຊ້າງສືບຕໍ່ມາຈົນເຖິງດຽວນີ້;..


3.ໃນສະໄໝເຈົ້າຟ້າງຸ່ມມະຫາຣາຊປີ ຄສ 1349: ເຈົ້າຟ້າງຸ່ມ ໄດ້ຍົກຈາຕຸລົງເສນາໂຍທາຫານຈາກປະເທດຂະແມເຂົ້າມາປະເທດລາວ ເພື່ອທ້ອນໂຮມປະເທດລາວລ້ານຊ້າງ; ຕາມ​ຕຳ​ນານ​ຂຸນ​ບູ​ລົມ​ກ່າວ​ໄວ້ ລະ​ຫວ່າງ ຄ​ສ 757 ກົງ​ ກັບ ພ​ສ 1300 ການ​ສ້າງ​ຕັ້ງ​ລາ​ຊະ​ທາ​ນີສະ​ໄໝ​ຂຸນ​ລໍ ແມ່ນ​ຕັ້ງ​ຢູ່​ເມືອງ​ຊວາ ແລະ ​ຢູ່​ຕໍ່​ມາ​ໄດ້ປ່ຽນ​ເປັນ​ເມືອງ​ຊຽງ​ທອງ (ຫລວງ​ພະ​ບາງ​ໃນ​ປະ​ຈຸ​ບັນ) ຕົກ​ມາ​ສະ​ໄໝ​ເຈົ້າ​ຟ້າ​ງຸ່ມ​ມະ​ຫາ​ລາດ ໄດ້​ທ້ອນ​ໂຮມ​ບັນ​ດາ​ຫົວ​ເມືອງ​ຕ່າງໆ ເຂົ້າ​ເປັນ​ອາ​ຈັກລາວ​ລ້ານ​ຊ້າງໃນ​ປີ ຄ​ສ 1349, ຜ່ານ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ປົກ​ຄອງ​ຂອງບັນ​ດາພະ​ຍາຢູ່ຫົວເມືອງຕ່າງໆຫລາຍ​ຍຸກ​ຫລາຍ​ສະ​ໄໝ​ເຊັນ: ​ພ​ຣະເຈົ້າໂພ​ທິ​ສາ​ຣະ​​ຣາ​ຊ (ຄ​ສ 1539) ພ​ຣະ​ເຈົ້າ​ໄຊ​ເສດ​ຖາ​ທິ​ລາດ (ຄ​ສ1568) ພ​ຣະ​ເຈົ້າ​ສຸ​ຮິ​ຍະ​ວົງ​ສາ (ຄ​ສ1622) ພ​ຮະ​ເຈົ້າ​ອະ​ນຸ​ວົງ (1806) ແລະ ຕົກ​ມາ​ຮອດ​ປີຄ​ສ 1893 ​ປະເທດລາວໄດ້​ຕົກເປັນ​ອາ​ນາ​​ນິ​ຄົມ​ຂອງ​ຝ​ຣັ່ງ​ເສດ, ເພື່ອ​ສະ​ດວກ​ໃຫ້​ແກ່​ການປົກ​ຄອງຝ​ຣັ່ງ​ເສດ​ຈີ່ງ​ໄດ້​ສ້າງ​ຕັ້ງ​ເປັນ​ບ້ານ, ຕາ​ແສງ, ເມືອງ, ແຂວງຈົນ​ເຖີງ​ທຸກວັນ​ນີ້ ແລະ ຊື່ແຂວງ​ ຄຳ​ມ່ວນກໍຍັງ​ຮັກ​ສາ​ໃວ້​ຈົນເຖີງປະຈຸບັນນີ້;..